ຄໍາເຫັນຂອງທ່ານ ຮັກສາການ ຫົວໜ້າອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ

ທ່ານ ຄໍາສະແຫວງ ວິໄລພົງ
ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ກໍ່ແມ່ນໜື່ງໃນບັນດາເຂດເສດຖະກິດພິເສດ ຂອງ ສປປ ລາວ ທີ່ໄດ້ຮັບການສ້າງຕັ້ງ ນັບແຕ່ປີ 2007 ເປັນຕົ້ນມາ, ເປັນເຂດທີ່ໄດ້ຮັບການພັດທະນາແບບກ້າວກະໂດດ ຈາກເຂດຊົນນະບົດຫ່າງໄກສອກຫລີກໃນເມື່ອກ່ອນ ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝ ແລະ ສວຍງາມແຫ່ງໜື່ງຂອງ ສປປ ລາວ ໃນປັດຈຸບັນ, ເປັນເຂດທີ່ມີຄວາມຫຼາກຫຼາຍໃນການດຳເນີນທຸລະກິດ ທາງດ້ານການຄ້າ, ການບໍລິການ ແລະ ການທ່ອງທ່ຽວ ຊື່ງໃນໄລຍະຜ່ານມາເຂດດັ່ງກ່າວ ສາມາດປະກອບ ສ່ວນສຳຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມໃນທາງກົງ ແລະ ທາງອ້ອມຂອງແຂວງບໍ່ແກ້ວ ກໍ່ຄືຂອງ ສປປ ລາວ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ ທີ່ເປັນລະບົບຄົບຊຸດ ເພື່ອຮອງຮັບການລົງທຶນ (ອາຄານ, ເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ສະໜາມບີນສາກົນແຂວງບໍແກ້ວ, ທ່າເຮຶອ, ສະຖານທີ່ທ່ອງທ່ຽວຕ່າງໆ,...), ການດຶງດູດການລົງທຶນ FDI ຈາກພາຍໃນ ແລະ ຕ່າງປະເທດ, ການສ້າງວຽກເຮັດງານທໍາທາງກົງໃຫ້ແກ່ປະຊາຊົນ, ການປະຕິບັດພັນທະອາກອນເຂົ້າງົບປະມານຂອງລັດ ແລະ ອື່ນໆ.
ນອກຈາກນັ້ນ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມໃຫ້ແກ່ປະຊາຊົນຊາວເມືອງຕົ້ນເຜີ້ງ ໄດ້ມີຜົນປະໂຫຍດ ແລະ ມີສ່ວນຮ່ວມຈາກການພັດທະນາ ໂດຍສະເພາະ ການດຳເນີນທຸລະກິດດ້ານການບໍລິການຕ່າງໆປີ່ນອ້ອມ ເຊັ່ນ: ຮ້ານອາຫານ, ຮ້ານກີນດື່ມ, ບ້ານພັກ, ໂຮງແຮມ, ການໃຫ້ເຊົ່າເຮືອນ-ດິນ ແລະ ອື່ນໆ.
ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ຈັດຕັ້ງ ແລະ ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນຂອງ ສປປ ລາວ, ກົດໝາຍ ແລະ ສັນຍາພັດທະນາໂຄງການ ໂດຍສະເພາະ ກົດໝາຍສົ່ງເສີມການລົງທຶນ ສະບັບເລກທີ 62/ສພຊ, ລົງວັນທີ 28 ມິຖຸນາ 2024, ດໍາລັດ ວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ລົງວັນທີ 7 ມິຖຸນາ 2018, ດຳລັດວ່າດ້ວຍການຈັດຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສະບັບເລກທີ 90/ນຍ ລົງວັນທີ 4 ກຸມພາ 2010, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງ-ບໍລິຫານເຂດສາມຫລ່ຽມຄໍາ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023.
ສໍາລັບອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແມ່ນອົງການຈັດຕັ້ງສະເພາະກິດໜຶ່ງທີ່ຂື້ນກັບລັດຖະບານ ໃນການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ໃຫ້ເຄື່ອນໄຫວຕາມລະບຽບກົດໝາຍ ແລະ ສັນຍາທີ່ກໍານົດໄວ້. ນອກຈາກນັ້ນຍັງໄດ້ຈັດຕັ້ງຫ້ອງການບໍລິການລົງທຶນປະຕູດຽວຂຶ້ນ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຊື່ງເປັນຫ້ອງການທີ່ເປັນສູນລວມຂອງການບໍລິການ ທີ່ເປັນລະບົບຄົບຊຸດ, ມີຄວາມກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້ ໂດຍມີໜ່ວຍງານຂອງພາກລັດ ແລະ ຜູ້ພັດທະນາ ເພື່ອເຮັດໜ້າທີ່ໃນການອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ຜູ້ລົງທຶນ, ຜູ້ປະກອບການ, ນັກທ່ອງທ່ຽວ, ແຮງງງານ, ຜູ້ດຳລົງຊີວິດຢູ່ໃນເຂດ. ຫ້ອງການບໍລິການານລົງທຶນປະຕູດຽວ ຍັງເປັນໜ່ວຍງານບໍລິການ ແລະ ອຳນວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ລົງທຶນ ດ້ວຍການບໍລິການດ້ານຂໍ້ມູນຂ່າວສານ, ຂະບວນການພິຈາລະນາ ແລະ ອະນຸມັດໂຄງການການລົງທຶນ, ການອອກໃບອະນຸຍາດລົງທຶນ ແລະ ການອອກໃບແຈ້ງການຕ່າງໆ ກ່ຽວກັບການລົງທຶນ.
ຈຸດປະສົງຫຼັກຂອງການສ້າງ ເວັບໄຊທ໌ຂອງອົງການຄຸ້ມຄອງ-ບໍລິຫານເຂດສາມຫລ່ຽມຄໍາ ແມ່ນເພື່ອເປັນເຄື່ອງມືໜຶ່ງໃນການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທາງດ້ານແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ຜູ້ພັດທະນາ, ຜູ້ລົງທຶນ, ຜູ້ປະກອບການ, ພະນັກງານທັງພາກລັດ ແລະ ເອກະຊົນ, ແຮງງານ, ນັກຮຽນ, ນັກສຶກສາ ແລະ ພາກສ່ວນອື່ນໆ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບນິຕິກໍາການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ, ຂັ້ນຕອນຂອງການລົງທຶນ, ນະໂຍບາຍສົ່ງເສີມການລົງທຶນ, ບັນດາໂຄງການການດຶງດູດການລົງທຶນ ແລະ ອື່ນໆ.
ຫວັງຢ່າງຍິ່ງວ່າ ຂໍ້ມູນຕ່າງໆເຫຼົ່ານີ້ຈະເປັນປະໂຫຍດໃຫ້ແກ່ຜູ້ນໍາໃຊ້.