Lao (ພາສາລາວ)

ນະໂຍບາຍສົ່ງເສີມການລົງທຶນ ສໍາລັບຜູ້ລົງທຶນ

ຫົວໜ່ວຍ ທີ່ມີລາຍຮັບປະຈໍາປີ ເກີນ 400 ລ້ານກີບຂື້ນໄປ ແມ່ນເສຍຕາມລະບົບອາກອນມູນຄ່າເພີ່ມ

Image
ອາກອນມູນຄ່າເພີ່ມ: ເສຍໃນອັດຕາ 5%
Image
ອາກອນກໍາໄລ: ເສຍໃນອັດຕາ 10%
Image
1. ເງິນເດືອນ 5%
2. ການ ຊື້-ຂາຍ ອະສັງຫາລີມະຊັບ 0.5 % ຂອງມູນຄ່າຊື້ຂາຍ.
3. ອາກອນລາຍໄດ້ອື່ນໆ ແລະ ຄ່າທໍານຽມໃນເຂດ 50% ຂອງອັດຕາທີ່ກໍານົດໃນກົດໝາຍ.
Image
ອາກອນຊົມໃຊ້: 50% ຂອງອັດຕາທີ່ກໍານົດໃນກົດໝາຍອາກອນລາຍໄດ້

ຫົວໜ່ວຍທີ່ລົງທຶນໃນເຂດ ເປັນທຸລະກິດຂະໜາດນ້ອຍ ມີລາຍຮັບປະຈໍາປີ ບໍ່ເກີນ 400 ລ້ານກີບ ລົງມາຂື້ນໄປ ແມ່ນເສຍອາກອນລາຍໄດ້ຈຸລະວິສາຫະກິດ

Image
ຫົວໜ່ວຍທີ່ດໍາເນີນກິດຈະການ ການຜະລິດ: ອາກອນມູນຄ່າເພີ່ມ: ຖືກເສຍອາກອນລາຍໄດ້ 1% ຂອງລາຍຮັບທີ່ເກີດຂຶ້ນ
Image
ຫົວໜ່ວຍທີ່ດໍາເນີນກິດຈະການ ການຄ້າ: ຖືກເສຍອາກອນລາຍໄດ້ 2% ຂອງລາຍຮັບທີ່ເກີດຂຶ້ນ
Image
ຫົວໜ່ວຍທີ່ດໍາເນີນກິດຈະການ ການບໍລິການ: ຖືກເສຍອາກອນລາຍໄດ້ 3% ຂອງລາຍຮັບທີ່ເກີດຂຶ້ນ
ວິສາຫະກິດ ທີ່ບໍ່ມີພູມລໍາເນົາ ຫລື ບໍ່ໄດ້ຈົດທະບຽນສ້າງຕັ້ງຢູ່ໃນເຂດ
ການສົ່ງອອກ ຫລື ການບໍລິການ ຢູ່ນອກເຂດ
Image
ອາກອນມູນຄ່າເພີ່ມ: ເສຍໃນອັດຕາ 5 %
Image
ອາກອນກໍາໄລ: ເສຍໃນອັດຕາ 10%
Image
ຊື້ສິນຄ້າ ຫລື ໃຊ້ບໍລິການຢູ່ນອກເຂດ: ເສຍອາກອນມູນຄ່າເພີ່ມ 10%
Image
ສົ່ງສິນຄ້າໄປຂາຍຢູ່ນອກເຂດ: ເສຍອາກອນມູນຄ່າເພີ່ມຕາມກົດຫມາຍ

ແຫລ່ງຂໍ້ມູນ: ຄໍາແນະນໍາຂອງກົມສ່ວຍສາອາກອນ, ກະຊວງການເງີນ ສະບັບເລກທີ 3579/ກສອ, ລົງວັນທີ 3 ມິຖຸນາ 2024.