ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ
ທີ່ຕັ້ງ ແລະ ພາລະບົດບາດ
ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂຽນເປັນຕົວອັກສອນຫຍໍ້ວ່າ “ຫລທ” ຂຽນ ເປັນພາສາອັງກິດວ່າ: "Investment Promotion and Management Committee Office”, ຂຽນເປັນຕົວ ອັກສອນຫຍໍ້ພາສາອັງກິດວ່າ “IPO”, ແມ່ນກົງຈັກການຈັດຕັ້ງໜຶ່ງມີຖານະເທົ່າກົມ, ມີພາລະບົດເປັນເສນາທິການ ໃຫ້ແກ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີພາລະບົດບາດເປັນຫ້ອງການບໍລິການການລົງທຶນປະຕູດຽວ ໃນການຄົ້ນຄວ້າຕໍ່ການສະເໜີຂໍລົງທຶນ ໃນກິດຈະການສໍາ ປະທານ, ກິດຈະການຄວບຄຸມ; ປະສານສົມທົບ ແລະ ຊຸກຍູ້ການປັບປຸງຄວາມສະດວກການລົງທຶນ; ດຶງດູດ, ສົ່ງເສີມ, ປົກປ້ອງ ແລະ ຄຸ້ມຄອງການລົງທຶນ ຂອງພາກເອກະຊົນ, ການລົງທຶນຮ່ວມພາກລັດ ແລະ ເອກະຊົນ ລວມທັງການ ພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ເປັນຕົ້ນ ເຂດນິຄົມອຸດສາຫະກຳ ແລະ ເຂດເຕັກໂນໂລຊີລະດັບສູງ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ລະບຽບການທີ່ ກ່ຽວຂ້ອງ.
ໜ້າທີ່ ແລະ ຂອບເຂດສິດ
ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ມີໜ້າທີ່ດັ່ງນີ້:
1. ເປັນເສນາທິການໃຫ້ແກ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນວຽກງານສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການລົງທຶນຮ່ວມ ພາກລັດ ແລະ ເອກະຊົນ ລວມທັງການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ເປັນຕົ້ນ ເຂດນິຄົມ ອຸດສາຫະກຳ ແລະ ເຂດເຕັກໂນໂລຊີລະດັບສູງ ຢູ່ ສປປ ລາວ ແລະ ການອະນຸຍາດອອກໄປລົງທຶນຢູ່ ຕ່າງປະເທດ ໂດຍການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມກົນໄກ ການບໍລິການການລົງທຶນປະຕູດຽວ;
2. ຄົ້ນຄວ້າ, ວິເຄາະ ແລະ ວິໄຈຂໍ້ມູນ ກ່ຽວກັບທ່າອ່ຽງການລົງທຶນຂອງພາກເອກະຊົນ, ນະໂຍບາຍ ແລະ ມາດ ຕະການໃນການສົ່ງເສີມການລົງທຶນໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ທ່າອ່ຽງການພັດທະນາຂອງ ປະເທດ ແລະ ທ່າອ່ຽງການເຊື່ອມໂຍງຂອງເສດຖະກິດຂອງລາວ ເຂົ້າກັບພາກພື້ນ ແລະ ສາກົນ;
3. ຄົ້ນຄວ້າ ສ້າງ ແລະ ປັບປຸງ ຍຸດທະສາດ, ນະໂຍບາຍ ແລະ ແຜນການ ກ່ຽວກັບວຽກງານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງພາກເອກະຊົນ, ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ເຂດ ເສດຖະກິດສະເພາະ ຢູ່ ສປປ ລາວ ແລະ ການອອກໄປລົງທຶນຢູ່ຕ່າງປະເທດ ເພື່ອນໍາສະເໜີຕໍ່ ຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ລັດຖະບານ;
4. ຄົ້ນຄ້ວາ ຮ່າງ ກົດໝາຍ, ດຳລັດ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ, ລະບຽບການ ແລະ ມາດຕະການ ຕ່າງໆ ກ່ຽວກັບ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງພາກເອກະຊົນ, ການລົງທຶນຮ່ວມ ພາກ ລັດ ແລະ ເອກະຊົນ, ການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຢູ່ ສປປ ລາວ;
5. ໂຄສະນາ, ເຜີຍແຜ່, ປຸກລະດົມຂົນຂວາຍ ແລະ ແນະນໍາການປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆທີ່ພົວພັນກັບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງພາກເອກະຊົນ, ການລົງທຶນຮ່ວມພາກລັດ ແລະ ເອກະຊົນ, ການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ ສະເພາະ;
6. ຄົ້ນຄວ້າຄໍາຮ້ອງຂໍລົງທຶນຂອງພາກເອກະຊົນ ໃນກິດຈະການສໍາປະທານ, ການສ້າງຕັ້ງເຂດເສດຖະກິດພິເສດ-ເຂດ ເສດຖະກິດສະເພາະ, ການລົງທຶນຮ່ວມພາກລັດ ແລະ ເອກະຊົນ, ກິດຈະການໃນບັນຊີຄວບຄຸມ, ຫ້ອງການຜູ້ ຕາງໜ້າ ແລະ ການອອກໄປລົງທຶນຢູ່ຕ່າງປະເທດ ໂດຍສອດຄ່ອງກັບແນວທາງ, ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ກົດໝາຍ ແລະ ລະບຽບການຂອງ ສປປ ລາວ ໂດຍການປະສານສົມທົບ ກັບຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ;
7. ສັງລວມບັນດາຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີຂອງຜູ້ລົງທຶນ ພ້ອມທັງ ເປັນໃຈກາງປະສານສົມທົບກັບ ບັນດາຂະແໜງການ ເພື່ອຄົ້ນຄວ້າວິທີການແກ້ໄຂ ຕາມກົດໝາຍ ແລະ ລະບຽບການ ຫຼື ລາຍງານ ຕໍ່ຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ລັດຖະບານ;
8. ສ້າງຖານຂໍ້ມູນສະຖິຕິ ແລະ ຄຸ້ມຄອງສະຖິຕິການລົງທຶນ ຂອງພາກເອກະຊົນ, ເຂດເສດຖະກິດພິເສດ, ເຂດ ເສດຖະກິດສະເພາະ, ການລົງທຶນຮ່ວມພາກລັດ ແລະ ເອກະຊົນ ໂດຍການຫັນເປັນທັນສະໄໝ;
9. ເປັນໃຈກາງໃນການປະສານສົມທົບກັບ ບັນດາຂະແໜງການກ່ຽວຂ້ອງ ໃນການສ້າງລະບົບແຜນທີ່ການລົງທຶນ ແຫ່ງຊາດ ທີ່ເຊື່ອມໂຍງກັບບັນດາຖານຂໍ້ມູນຂອງຂະແໜງການຕ່າງໆໃຫ້ເປັນລະບົບຄົບຊຸດ;
10. ເປັນເສນາທິການໃນການຈັດປະຕິບັດບັນດາ ສິດ ແລະ ພັນທະ ທີ່ ສປປ ລາວ ເຂົ້າເປັນພາຄີໃນສົນທິສັນຍາ, ສັນຍາ ສົ່ງເສີມ ແລະ ປົກປ້ອງການລົງທຶນສອງຝ່າຍ, ຂອບຮ່ວມມື ສອງຝ່າຍ ແລະ ຫຼາຍຝ່າຍ ໃນວຽກງານ ການລົງທຶນ;
11. ເປັນໃຈກາງປະສານງານ, ແລກປ່ຽນບົດຮຽນ ແລະ ເຈລະຈາ ສັນຍາ, ສົນທິສັນຍາ ກັບ ຕ່າງປະເທດ, ພາກ ພື້ນ ແລະ ອົງການຈັດຕັ້ງສາກົນ ຕາມລະບຽບການ;
12. ເປັນໃຈກາງໃນການປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງ ໃນການຄົ້ນຄ້ວາ, ປັບປຸງ ແລະ ສ້າງ ບັນຊີຮຽກການລົງທຶນ, ບັນຊີກິດຈະການຄວບຄຸມ, ບັນຊີກິດຈະການສາປະທານ ແລະ ບັນຊີກິດຈະການສາ ປະທານສະເພາະ ໃຫ້ສອດຄ່ອງກັບ ສະພາບການພັດທະນາເສດຖະກິດຂອງປະເທດໃນແຕ່ລະໄລຍະ ເພື່ອສະເໜີຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ລັດຖະບານ;
13. ຄົ້ນຄວ້າ ແລະ ເຂົ້າຮ່ວມ ນໍາພາກສ່ວນທີ່ກ່ຽວຂ້ອງ ໃນການເຈລະຈາບັນດາສັນຍາທາງດ້ານການລົງທຶນ ແລະ ການຮ່ວມມື ທີ່ຢູ່ໃນຄວາມຮັບຜິດຊອບຂອງຄະນະກຳມການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ;
14. ລາຍງານວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງພາກເອກະຊົນ, ການພັດທະນາເຂດເສດຖະກິດ ພິເສດ, ເຂດເສດຖະກິດສະເພາະ, ການລົງທຶນຮ່ວມພາກລັດ ແລະ ເອກະຊົນ ຕໍ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກໍຄື ລັດຖະບານຢ່າງເປັນປົກກະຕິ;
15. ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຕໍ່ຂໍ້ສະເໜີ ແລະ ຄໍາຮ້ອງ ທີ່ພົວພັນກັບວຽກງານການລົງທຶນເອກະຊົນພາຍ ໃນ ແລະ ຕ່າງປະເທດ ລວມທັງວຽກງານເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເພື່ອນໍາສະ ເໜີຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາອະນຸມັດ, ປະຕິເສດ ຫຼື ຂໍທິດຊີ້ນຳຕໍ່ ການສະເໜີ ຕາມກົດໝາຍ ແລະ ລະບຽບການ;
16. ຄົ້ນຄວ້າ ແລະ ນໍາພາການເຈລະຈາບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາ, ສັນຍາສຳປະທານ ແລະ ເອກະສານນິຕິກຳທີ່ກ່ຽວຂ້ອງກັບການລົງທຶນເອກະຊົນ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ ເພາະ ຕາມກົດໝາຍ ແລະ ລະບຽບການ;
17. ຮ່າງໃບອະນຸຍາດລົງທຶນ, ໃບອະນຸຍາດສ້າງຕັ້ງຫ້ອງການຜູ້ຕາງໜ້າ, ໃບອະນຸຍາດອອກໄປລົງທຶນຢູ່ຕ່າງປະ ເທດ, ໃບສົ່ງເສີມການລົງທຶນ, ໃບຮັບຮອງແຜນນໍາເຂົ້າປະຈຳປີ, ໃບແຈ້ງໂຈະ, ໜັງສືແຈ້ງເຕືອນ, ໃບແຈ້ງຍົກ ເລີກ, ໃບແຈ້ງຖອນ, ໃບອະນຸຍາດອອກໄປລົງທຶນຢູ່ຕ່າງປະເທດ, ໃບສົ່ງເສີມການລົງທຶນ, ໃບແຈ້ງຕໍ່ອາຍຸ, ໃບແຈ້ງສິ້ນສຸດສັນຍາ. ເພື່ອນໍາສະເໜີຂໍອະນຸມັດ ຕາມລະບຽບການ;
18. ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການລົງທຶນເອກະຊົນ ທີ່ໄດ້ຮັບ ອະນຸຍາດລົງທຶນ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ລວມທັງ ການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ແລະ ສະເໜີວິທີແກ້ໄຂບັນຫາຕ່າງໆ ເພື່ອຂໍທິດຊີ້ນໍາຈາກຂັ້ນເທິງ;
19. ອໍານວຍຄວາມສະດວກ, ຕິດຕາມ ແລະ ຄຸ້ມຄອງນັກລົງທຶນ ພ້ອມດ້ວຍຄອບຄົວ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ;
20. ຂົນຂວາຍ, ຄຸ້ມຄອງ ແລະ ນໍາໃຊ້ທຶນຊ່ວຍເຫຼືອ, ການຊ່ວຍເຫຼືອດ້ານວິຊາການ ຂອງຕ່າງປະເທດ ແລະ ອົງ ການຈັດຕັ້ງສາກົນ ໃນໂຄງການທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ສອດຄ່ອງ ຕາມລະບຽບການ;
21. ເປັນໃຈກາງໃນການຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ, ເຊັນສັນຍາພັດທະນາ, ເຊັນສັນຍາສຳປະທານ, ເຊັນສັນຍາໂຄງການຮ່ວມມື, ສັນຍາໂຄງການລົງທຶນພາກເອກະຊົນ, ເຊັນສັນຍາສຳປະທານໂຄງການລົງທຶນ ຮ່ວມ ພາກລັດ ແລະ ເອກະຊົນ, ພິທີທາງການອື່ນໆ ທີ່ຕິດພັນກັບພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຫ້ອງການ;
22. ພົວພັນ, ປະສານງານ, ຊຸກຍູ້, ອອກແຈ້ງການແນະນໍາ, ອະທິບາຍ, ເຜີຍແຜ່ເນື້ອໃນສັນຍາ ຫຼື ເອກະສານນິຕິ ກຳຕ່າງໆກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ ສະເພາະ ໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ;
23. ພົວພັນ ແລະ ຮ່ວມມືກັບການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ;
24. ຂຶ້ນແຜນງົບປະມານປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ, ຄຸ້ມຄອງນໍາໃຊ້ງົບປະມານ ແລະ ອຸປະກອນຮັບ ໃຊ້ຂອງຕົນ; ຄຸ້ມຄອງບັນຊີການເງິນ, ງົບປະມານ, ໂຄງການ, ແຜນງານ, ກິດຈະກຳ ແລະ ແຜນງົບປະມານ ເພື່ອຮັບໃຊ້ວຽກງານຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ;
25. ຄຸ້ມຄອງ, ນໍາໃຊ້ພາຫະນະ ແລະ ວັດຖຸອຸປະກອນຮັບໃຊ້ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
26. ຕິດຕາມ ການປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການ, ແຜນການແຜນງານ, ພາລະ ບົດບາດ, ສິດ ແລະ ໜ້າທີ່, ຄວາມຮັບຜິດຊອບຂອງການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ ຂຶ້ນກັບການຄຸ້ມຄອງຂອງຕົນ;
27. ຄຸ້ມຄອງ ແລະ ກໍ່ສ້າງ ພະນັກງານ-ລັດຖະກອນ ຢູ່ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
28. ຕິດຕາມ ຊຸກຍູ້ ວຽກງານສິ່ງແວດລ້ອມ, ທີ່ດິນ ຢູ່ ບັນດາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ ສະເພາະ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ;
29. ສົ່ງເສີມ, ຄຸ້ມຄອງ, ຕິດຕາມ ການນໍາໃຊ້ແຮງງານໃຫ້ສອດຄ່ອງຕາມແຜນພັດທະນາ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ແຜນຄວາມຕ້ອງການແຮງງານຂອງໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ;
30. ສະຫຼຸບ, ສັງລວມການເຄື່ອນໄຫວວຽກງານປະຈຳອາທິດ, ເດືອນ, ໄຕມາດ, ຫົກເດືອນ ແລະ ປະຈຳປີຂອງ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອລາຍງານຂັ້ນເທິງ;
31. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.
ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ມີຂອບເຂດສິດດັ່ງນີ້:
1. ຄົ້ນຄວ້າ ແລະ ສະເໜີ ສ້າງ, ປັບປຸງ, ດັດແກ້ ບັນດານິຕິກຳ ກ່ຽວກັບວຽກງານສົ່ງເສີມການລົງທຶນ, ເຂດ ເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນແຕ່ ລະໄລຍະ;
2. ເຊີນຜູ້ລົງທຶນ, ຜູ້ພັດທະນາ, ຂະແໜງການກ່ຽວຂ້ອງ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ຫຼື ຊີ້ແຈງ ຕາມ ແຕ່ລະກໍລະນີ;
3. ອອກໜັງສືສະເໜີຂໍການປະກອບຄໍາເຫັນຈາກຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມກົນ ໄກການບໍລິການ ການລົງທຶນປະຕູດຽວ;
4. ຄົ້ນຄວ້າ ລາຍງານຂໍອະນຸມັດ ຈາກຂັ້ນເທິງ ກ່ຽວກັບ ການສ້າງຕັ້ງເຂດເສດຖະກິດພິເສດ, ເຂດເສດຖະກິດ ສະເພາະ, ການລົງທຶນໃນກິດຈະການສໍາປະທານ, ການລົງທຶນໃນກິດຈະການຄວບຄຸມ, ໃບສົ່ງເສີມການ ລົງທຶນ, ແຜນນໍາເຂົ້າ (Master List) ຂອງຜູ້ລົງທຶນ ແລະ ຜູ້ພັດທະນາ, ການສະເໜີສ້າງຕັ້ງຫ້ອງການຜູ້ຕາງ ໜ້າ ແລະ ການອອກໄປລົງທຶນຢູ່ຕ່າງປະເທດ;
5. ອອກໃບອະນຸຍາດປ່ຽນແປງນິຕິກຳ, ໃບຮັບຮອງການປ່ຽນແປງທາງດ້ານນິຕິກຳຕ່າງໆ, ແຜນນໍາເຂົ້າເພີ່ມເຕີມ, ໜັງສືອະນຸຍາດການຄໍ້າປະກັນເອົາສິນຄ້າອອກຈາກດ່ານກ່ອນ (IM8), ອອກໜັງສືອະນຸຍາດລົບລ້າງປ້າຍ ພາຫະນະທີ່ໄດ້ຮັບນະໂຍບາຍ, ໜັງສືອະນຸຍາດນໍາອອກຄືນສໍາລັບວັດຖຸປະກອນ ແລະ ພາຫະນະ, ໜັງສືຕໍ່ ອາຍຸການນໍາເຂົ້າຊົ່ວຄາວ ສໍາລັບວັດຖຸປະກອນ ແລະ ພາຫະນະ;
6. ອໍານວຍຄວາມສະດວກຕໍ່ການສະເໜີຂໍວິຊາທຸລະກິດ, ວິຊາເຂົ້າ-ອອກຫຼາຍເທື່ອ ແລະ ບັດພັກເຊົາໃຫ້ແກ່ຜູ້ ລົງທຶນ ແລະ ຜູ້ພັດທະນາ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ;
7. ປະສານກັບຂະແໜງການກ່ຽວຂ້ອງ ເພື່ອສະເໜີອອກໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ເລກ ລະຫັດປະຈຳຕົວຜູ້ເສຍອາກອນ, ໃບອະນຸຍາດດໍາເນີນທຸລະກິດ, ໃບຢັ້ງຢືນດ້ານສິ່ງແວດລ້ອມ, ໃບຢັ້ງຢືນ ກ່ຽວກັບການນໍາໃຊ້ທີ່ດິນ ຕາມການສະເໜີຂອງຜູ້ລົງທຶນໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ;
8. ພິຈາລະນາ ແຈ້ງຖອນຖາວອນ ໃບອະນຸຍາດຫ້ອງການຜູ້ຕາງໜ້າ, ອອກໃບແຈ້ງເຕືອນ ຕໍ່ຜູ້ລົງທຶນ ທີ່ໄດ້ຮັບ ໃບອະນຸຍາດອອກໄປລົງທຶນຢູ່ຕ່າງປະເທດ ໃນກໍລະນີມີການເຄື່ອນໄຫວ ບໍ່ສອດຄ່ອງກັບການອະນຸຍາດ ຕາມ ພາລະບົດບາດຂອງຕົນ ຫຼື ຕາມການຊີ້ນໍາຂອງຂັ້ນເທິງ;
9. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອດາເນີນການກວດກາ, ແກ້ໄຂ, ສະຫຼຸບ ສັງລວມ ລາຍງານ ການເຄື່ອນໄຫວວຽກງານກວດກາ ແລະ ຜົນຂອງການກວດກາ, ການປະຕິບັດຜົນຂອງການກວດກາ ຕາມ ພາລະບົດບາດຂອງຕົນ;
10. ສະເໜີໃຫ້ຂັ້ນເທິງ ໂຈະການປະຕິບັດ ຫຼື ໃຫ້ພິຈາລະນາຄືນໃໝ່ ກ່ຽວກັບການຕົກລົງແກ້ໄຂ ຜົນຂອງການ ກວດກາ ທີ່ເຫັນວ່າບໍ່ຖືກຕ້ອງ, ສອດຄ່ອງ ກັບລະບຽບກົດໝາຍ ໃນຂອບເຂດພາລະບົດບາດຂອງຕົນ; ອອກ ຂໍ້ຕົກລົງ, ແຈ້ງການ, ລະບຽບການ ແລະ ບົດແນະນໍາຕ່າງໆ ສໍາລັບວຽກງານພາຍໃນກົມ;
11. ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງ ເພື່ອປັບປຸງໂຄງປະກອບກົງຈັກການຈັດຕັ້ງຂອງຕົນໃນແຕ່ໄລຍະ;
12. ສະເໜີແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ເລື່ອນຕຳແໜ່ງ, ປົດຕຳແໜ່ງ, ຍ້ອງຍໍ ຫຼື ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
13. ຂຶ້ນແຜນ, ສະເໜີງົບປະມານ, ພາຫະນະ, ວັດຖຸປະກອນ ແລະ ຊັບສິນຕ່າງໆ ຮັບໃຊ້ວຽກງານຂອງຕົນໃຫ້ ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ;
14. ພົວພັນ ແລະ ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ;
15. ສະເໜີຂໍອະນຸມັດຮັບການຊ່ວຍເຫຼືອດ້ານວິຊາການ ຂອງອົງການຈັດຕັ້ງສາກົນ ໃນໂຄງການທີ່ຂຶ້ນກັບຄວາມ ຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ສອດຄ່ອງຕາມລະບຽບການ;
16. ເຊັນເອກະສານຕ່າງໆ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ ຫຼື ຕາມການມອບໝາຍຂອງຂັ້ນເທິງ;
17. ເຊັນຮັບຮູ້ ຮ່າງບົດບັນທຶກກອງປະຊຸມ, ບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາ ແລະ ສັນຍາຕ່າງໆ ຂອງ ໂຄງການລົງທຶນຂອງພາກເອກະຊົນ, ການພັດທະນາເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ໂຄງການລົງທຶນຮ່ວມ ພາກລັດ ແລະ ເອກະຊົນ ແລະ ໂຄງການຮ່ວມມືສາກົນ ຕາມການມອບໝາຍ;
18. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ປະກອບມີ 10 ພະແນກ ຄື:
1. ພະແນກ ບໍລິຫານ, ຈັດຕັ້ງ ແລະ ກວດກາ;
2. ພະແນກ ນະໂຍບາຍສົ່ງເສີມການລົງທຶນ;
3. ພະແນກ ຄົ້ນຄວ້າໂຄງການລົງທຶນ;
4. ພະແນກ ນິຕິກຳ ແລະ ຄຸ້ມຄອງສັນຍາ;
5. ພະແນກ ຕິດຕາມກວດກາ ແລະ ປະເມີນຜົນ;
6. ພະແນກ ບໍລິການການລົງທຶນ;
7. ພະແນກ ຮ່ວມມືລົງທຶນ;
8. ພະແນກ ອໍານວຍຄວາມສະດວກການລົງທຶນ;
9. ພະແນກ ສິ່ງແວດລ້ອມ-ສັງຄົມ;
10. ພະແນກ ແຮງງານ.
ບັນດາເຂດເສດຖະກິດພິເສດ ຢູ່ ສປປ ລາວ

ລໍາດັບ |
ຊື່ເຂດ |
ປີສ້າງຕັ້ງ |
ເນື້ອທີ່ (ເຮັກຕາ) |
ອາຍຸສໍາປະທານ |
ຮູບແບບການລົງທຶນ |
ບໍລິສັດຮ່ວມທຶນ |
|---|---|---|---|---|---|---|
ແຂວງຫລວງນໍ້າທາ |
||||||
1 |
ບໍ່ເຕ່ນແດນງາມ |
-2002 ເປັນເຂດລົງທຶນທົ່ວໄປ
-2010 ເປັນເຂດເສດຖະກິດພິເສດ
|
1.640 |
50 |
-ກຸ່ມບໍລິສັດ ຫຸ້ນສ່ວນວິສາຫະກິດ ຫ່າຍເຊິງ ແຂວງຢຸນນານ ສປ ຈີນ ຖືຮຸ້ນ 100% (ທ່ານ ໂຈຄຸນ |
ກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນ ລາວ |
2 |
ເມຶອງທັນສະໄໝ ແລະ ເປັນມິດຕໍ່ສິ່ງ ແວດລ້ອມ ຢູ່ເຂດນາເຕີຍ ແຂວງ ຫລວງນໍ້າທາ |
2022 |
410 |
50 |
ບໍລິສັດ ອຳມະຕະ ຊີຕີ ລາວ ຈໍາກັດ |
ບໍລິສັດ ອຳມະຕະ ຊີຕີ ລາວ ຈໍາກັດ |
ແຂວງບໍ່ແກ້ວ |
||||||
1 |
ສາມຫລ່ຽມຄຳ |
-2007 ເປັນເຂດລົງທຶນທົ່ວໄປ
-2010 ເປັນເຂດເສດຖະກິດພິເສດ |
3.000 |
99 |
-ເນື້ອທີ່ 827 ຮຕ: ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ຖືຮຸ້ນ 80% ແລະ ລັດຖະບານ ຖືຮຸ້ນ 20% (ທ່ານ Zhao Wei)
-ເນື້ອທີ 2.173 ຮຕ: ກຸ່ມບໍລິສັດ ດອກງິ້ວຄຳຈຳກັດ ຖືຮຸ້ນ 100% (ທ່ານ Zhao Wei |
ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ |
ແຂວງອຸດົມໄຊ |
||||||
1 |
ເມຶອງທັນສະໄໝ ແລະ ເປັນມິດຕໍ່ສິ່ງ ແວດລ້ອມ ຢູ່ເມືອງນາໝໍ້ ແຂວງ ອຸດົມໄຊ |
2022 |
3.150 |
50 |
ບໍລິສັດ ອຳມະຕະ ຊີຕີ ລາວ ຈໍາກັດ |
ບໍລິສັດ ອຳມະຕະ ຊີຕີ ລາວ ຈໍາກັດ |
ນະຄອນຫລວງວຽງຈັນ |
||||||
1 |
ວຽງຈັນ-ໂນນທອງ |
-2009 ເປັນເຂດລົງທຶນທົ່ວໄປ
-2010 ເປັນເຂດເສດຖະກິດພິເສ |
110 |
50 |
-ບໍລິສັດ ໜຳເວ ພັດທະນາ ຈຳກັດ (ຈີນໄຕ້ ຫວັນ) ຖືຮຸ້ນ 70% (ທ່ານ Chen Chee Seng);
-ລັດຖະບານຖືຮຸ້ນ 30% (ເອົາດີນເປັນຮຸ້ນ) |
ບໍລິສັດຮ່ວມທຶນ ລາວ-ວິຕາ ຈໍາກັດ |
2 |
ກວມລວມໄຊເຊດຖາ |
-2009 ເປັນເຂດລົງທຶນທົ່ວໄປ
-2011ເປັນເຂດເສດຖະກິດພິເສ |
1.000 |
75 |
-ບໍລິສັດ ລົງທຶນຕ່າງປະເທດ ແຂວງຢຸນນານ ຖືຮຸ້ນ 75%
-ລັດຖະບານ ຖືຮຸ້ນ 25% (ເອົາດີນເປັນຮຸ້ນ) |
ບໍລິສັດຮ່ວມທຶນ ລາວ-ຈີນ ຈໍາກັດ (Mr Liu Hu) |
3 |
ລ່ອງແທ່ງ-ວຽງຈັນ |
-2008 ເປັນເຂດລົງທຶນທົ່ວໄປ,
-2012 ເປັນເຂດເສດຖະກິດພິເສ |
560 |
99 |
ບໍລິສັດ ວຽງຈັນ ກ໊ອຟລອງແທງ ແລະ ອະສັງຫາລິມະຊັບ ຈຳກັດ(ຫວຽດນາມ) 100% (ທ່ານ ເລ ວັນກຽມ) |
ບໍລິສັດ KN ວຽງຈັນ ຈໍາກັດ |
4 |
ບຶງທາດຫລວງ |
2011 |
365 |
99 |
ບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີ້ງ ຊຽງໄຮ້ ສປ ຈີນ ຖືຮຸ້ນ 100% (ທ່ານ ກົວ ຟີງ ຫວງ) |
ບໍລິສັດລາວລົງທຶນທາດ ຫລວງພັດທະນາ ຈໍາກັດ |
5 |
ດົງໂພສີ |
-2009 ເປັນເຂດລົງທຶນທົ່ວໄປ
-2012 ເປັນເຂດເສດຖະກິດພິເສ |
53 |
50 |
-ບໍລິສັດ ຢູນີເວີຊານ ປາຊີຟິກ ຈຳກັດ (ມາເລເຊຍ) ຖືຮຸ້ນ 85% (ທ່ານ Terence Lai)
-ເອກະຊົນພາຍໃນຖືຮຸ້ນ 15% |
ບໍລິສັດ ຢູພີເອວ ລາວ ຈໍາກັດ |
6 |
ທ່າບົກທ່ານາແລ້ງ ແລະ ເຂດວຽງຈັນ ໂລຈິດສະຕິກ |
2020 |
382 |
50 |
ບໍລິສັດ ວຽງຈັນ ໂລຈິດສະຕິກ ພາກ |
ບໍລິສັດ ວຽງຈັນ ໂລຈິດສະຕິກ ພາກ |
ແຂວງຄໍາມ່ວນ |
||||||
1 |
ພູຂຽວ |
2010 |
4.850 |
99 |
ບໍລິສັດ ເອັສວີ ຈໍາກັດ ຖືຮຸ້ນ 100% (ເອກະຊົນພາຍໃນ ສປປ ລາວ) |
ບໍລິສັດ ເອັສວີກຣຸບ ຈໍາກັດ |
2 |
ທ່າແຂກ |
2012 |
1.035 |
ລັດຖະບານ ຖືຮຸ້ນ 100% |
||
ແຂວງສະຫວັນນະເຂດ |
||||||
1 |
ສະຫວັນ- ເຊໂນ (ຈຸດ A) |
2007 |
270 |
75 |
ຍັງບໍ່ທັນມີຜູ້ລົງທຶນ | ລັດຖະບານ |
2 |
ສະຫວັນ- ເຊໂນ (ຈຸດ B) | 2012 |
220 |
99 |
-ບໍລິສັດ ນໍ້າທາ ກໍ່ສ້າງຂົວທາງຈຳ ກັດ (ເອກະຊົນພາຍໃນ ສປປ ລາວ) ຖືຮຸ້ນ 70%;
-ລັດຖະບານ ຖືຮຸ້ນ 30% |
ບໍລິສັດຮ່ວມທຶນ ສະຫວັນຍີ່ປຸ່ນ ຮ່ວມພັດທະນາ ຈຳກັດ. |
3 |
ສະຫວັນ- ເຊໂນ (ຈຸດ C) | 2008 |
234 |
50 |
-ບໍລິສັດ ປາຊີຟີກກາ ດີວີລົບເມັນ ຈໍາກັດ (ມາເລເຊຍ) ຖືຮຸ້ນ 70%
-ລັດຖະບານ ຖືຮຸ້ນ30% |
ບໍລິສັດ ສະຫວັນ ປາຊີຟີກກາ ດີວີລົບເມັນ ຈໍາກັດ. |
4 |
ສະຫວັນ- ເຊໂນ (ຈຸດ D) | 2007 |
118 |
75 |
ຍັງບໍ່ທັນມີຜູ້ລົງທຶນ | ລັດຖະບານ |
5 |
ເຂດການຄ້າຊາຍແດນ ບ້ານແດນສະຫວັນ |
2003 |
3.850 |
50 |
ລັດຖະບານ | |
ແຂວງຈໍາປາສັກ |
||||||
1 |
ປາກເຊ-ຍີ່ປຸ່ນ |
2015 |
195 |
50 |
-ກຸ່ມບໍລິສັດ ໄຊຊະນະ ຈຳກັດຜູ້ດຽວ ແລະ ບໍລິສັດ Savan TVS ຖືຮຸ້ນ 70%, ລັດຖະບານ ຖືຮຸ້ນ 30% |
ບໍລິສັດ ປາກເຊຍີ່ປຸ່ນ ເອັສເອັມອີ. |
2 |
ວັງເຕົ່າ-ໂພນທອງ |
2016 |
253 |
99 |
-ບໍລິສັດດວງດີ ກໍ່ສ້າງຂົວ-ທາງຈໍາກັດຖືຮຸ້ນ 100% (ເອກະຊົນພາຍໃນ ສປປ ລາວ |
ບໍລິສັດ ຮ່ວມທຶນພັດທະນາ ວັງເຕົ່າ-ໂພນທອງ ສາກົນ ຈຳກັດ. |
3 |
ລາວບໍລິການ |
2015 |
800 |
50 |
-ບໍລິສັດ ສະຫະບໍລິສັດລາວບໍລິການ ຈຳກັດຜູ້ດຽວ ຖືຮຸ້ນ 70% (ເອກະຊົນພາຍໃນ), ລັດຖະບານ ຖືຮຸ້ນ 30% |
|
4 |
ພັດທະນາເສດຖະກິດໃໝ່ ສີທັນດອນ |
2018 |
9.846 |
50 |
-ບໍລິສັດ ລາວມະຫານະທີ ສີທັນດອນ (ຮົງກົງ) ການລົງທຶນ ຈຳກັດ (ສປ ຈີນ) ຖືຮຸ້ນ 80%, ບໍລິສັດ LTV ກໍ່ສ້າງຂົວ-ທາງ ຈຳກັດ (ເອກະຊົນພາຍໃນ) ຖືຮຸ້ນ 20% |
ບໍລິສັດ ຮ່ວມທຶນ ລາວມະຫານະທີສີທັນດອນ ຈຳກັດ. |