ສິດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງ ອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ

ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຂຽນເປັນຕົວອັດສອນຫຍໍ້ວ່າ “ອຄຂສ” ແມ່ນອົງການຈັດຕັ້ງສະເພາະກິດໜຶ່ງທີ່ຂື້ນກັບລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ຊື່ງເປັນອົງການບໍລິຫານທີ່ຄ້າຍຄືອົງການປົກຄອງທ້ອງຖີ່ນ, ມີຖານະທຽບເທົ່າກັບເມືອງ, ເທດສະບານ, ນະຄອນ, ເປັນໃຈກາງປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຮອບດ້ານ.
ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ມີກົງຈັກທີ່ປະຈໍາການ ປະກອບມີຂະແໜງ ການດັ່ງນີ້:
1) ຂະແໜງສັງລວມ;
2) ຂະແໜງສົ່ງເສີມການລົງທຶນ;
3) ຂະແໜງສິ່ງແວດລ້ອມ;
4) ຂະແໜງແຮງງານ ແລະ ສະຫວັດດີການ-ສັງຄົມ;
5) ຂະແໜງການເງິນ;
6) ຂະແໜງອຸດສາຫະກໍາ ແລະ ການຄ້າ;
7) ຕົວແທນທະນາຄານ ແຫ່ງ ສປປ ລາວ;
8) ຂະແໜງໂຍທາທິການ ແລະ ຂົນສົ່ງ;
9) ຂະແໜງກະສິກໍາ ແລະ ປ່າໄມ້;
10) ກອງບັນຊາການປ້ອງກັນຄວາມສະຫງົບ;
11) ກອງບັນຊາການປ້ອງກັນປະເທດ;
12) ຂະແໜງພາຍໃນ;
13) ຂະແໜງຍຸດຕິທໍາ;
14) ຂະແໜງການຕ່າງປະເທດ;
15) ສານປະຊາຊົນ;
16) ໄອຍະການປະຊາຊົນ;
17) ຂະແໜງເຕັກໂນໂລຊີ ແລະ ການສື່ສານ;
18) ຂະແໜງສຶກສາທິການ ແລະ ກິລາ;
19) ຂະແໜງສາທາລະນະສຸກ;
20) ຂະແໜງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ.

1. ປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດ ຂອງປະທານປະເທດ, ດໍາລັດ, ມະຕິ, ຄໍາສັ່ງ ຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ວາງອອກຢ່າງເຂັ້ມງວດ;
2. ຄົ້ນຄວ້າ-ສັງລວມ ສະພາບ, ທ່າແຮງ ແລະ ເງື່ອນໄຂຄວາມສາມາດຕົວຈິງ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ ຂອງສອງຝ່າຍ ເພື່ອເປັນຂໍ້ມູນໃນການກໍານົດທິດທາງໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແຕ່ລະໄລຍະ;
3. ຄົ້ນຄວ້າແຜນຍຸດທະຍາດການຄຸ້ມຄອງ ດ້ານການປົກຄອງ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໂດຍໃຫ້ສອດຄ່ອງກັບແນວທາງນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ແລະ ລະບຽບກົດໝາຍຂອງລັດຖະບານ ແຫ່ງ ສປປ ລາວ;
4. ຄົ້ນຄວ້າສ້າງແຜນການເຄື່ອນໄຫວ, ກົນໄກການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານແຮງງານໂດຍໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຄຸ້ມຄອງແຮງງານ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການແຕ່ລະໄລຍະ;
5. ຄົ້ນຄວ້າ, ສ້າງແຜນການ, ໂຄງການ ແລະ ປະຕິບັດວຽກງານຄຸ້ມຄອງຄຸ້ມຄອງພົນລະເມືອງ ພາຍໃນເຂດເສດ ຖະກິດພິເສດສາມຫຼ່ຽມຄໍາ ໃຫ້ມີຄວາມສະດວກ, ວ່ອງໄວ, ປະສິດທິພາບ ແລະ ມີປະສິດທິຜົນສອດຄ່ອງກັບລະບຽບການ ຂອງ ສປປ ລາວ;
6. ຄົ້ນຄວ້າ, ກຳນົດຫຼັກການ, ລະບຽບການ ກ່ຽວກັບການຄຸ້ມຄອງທີ່ດິນ, ການນໍາໃຊ້ທີ່ດິນ, ການຄຸ້ມຄອງສິ່ງແວດລ້ອມ, ການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງບັນດາກິດຈະການຕ່າງໆ ພ້ອມທັງຊຸກຍູ້ການປະຕິບັດພັນທະທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ຕິດພັນກັບບັນຫາມົນລະພິດ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ;
7. ເຜີຍແຜ່, ແນະນໍາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານສ່ວຍສາອາກອນຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕາມກົດໝາຍ ແລະ ລະບຽບການໃນຂອບເຂດຄວາມຮັບຜິດຊອບ ຂອງວຽກງານສ່ວຍສາອາກອນ;
8. ຄົ້ນຄວ້າ, ຕິດຕາມ ແລະ ກວດກາ ການປະຕິບັດຫຼັກການ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງວຽກງານທະບຽນ, ໃບອະນຸຍາດດໍາເນີນທຸລະກິດ ແລະ ອື່ນໆ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
9. ຄົ້ນຄວ້າ, ຕິດຕາມ, ກວດກາການປະຕິບັດຫຼັກການ ແລະ ລະບຽບການ ຄຸ້ມຄອງວຽກງານໂທລະຄົມມະນາຄົມ, ອິນເຕີເນັດ, ຄວາມປອດໄພໄຊເບີ, ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ໄປສະນີ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
10. ຄົ້ນຄວ້າ, ຕິດຕາມ, ກວດກາການປະຕິບັດຫຼັກການ ແລະ ລະບຽບການ ກ່ຽວກັບການເຄື່ອນໄຫວວຽກງານ ການຈໍລະຈອນທາງນໍ້່່າ, ທາງອາກາດ, ສະໝາມບິນ, ຂົນສົ່ງ, ເຄຫາຜັງເມືອງ ແລະ ຂົວ-ທາງ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ;
11. ຄົ້ນຄວ້າ, ຕິດຕາມ, ກວດກາການປະຕິບັດຫຼັກການ ແລະ ລະບຽບການ ຄຸ້ມຄອງວຽກງານການສຶກສາ, ໃບອະນຸຍາດດໍາເນີນທຸລະກິດກ່ຽວກັບການຮຽນ-ການສອນ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
12. ຄົ້ນຄວ້າ, ຕິດຕາມ, ກວດກາການປະຕິບັດຫຼັກການ ແລະ ລະບຽບການ ຄຸ້ມຄອງວຽກງານສາທາລະນະສຸກ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດ ໝາຍ ແລະ ລະບຽບການ;
13. ຄົ້ນຄວ້າ, ຕິດຕາມ, ກວດກາການ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງວຽກງານຂ່າວສານ, ວຽກງານວັດທະນະທໍາ ແລະ ວຽກງານທ່ອງທ່ຽວ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ;
14. ຕິດຕາມ, ກວດກາ ການເຂົ້າ-ອອກ ຂອງຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ປະສານງານກັບກະຊວງປ້ອງກັນຄວາມສະຫງົບ ໃນການຕິດຕາມ, ກວດກາ ການຄຸ້ມຄອງຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີ ສັນຊາດ ພາຍໃນເຂດເສດຖະກິດພິເສດສາມຫຼຽ່ມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
15. ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານຍຸຕິທໍາ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດ ໝາຍ ແລະ ລະບຽບການ;
16. ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານກະສິກໍາ ແລະ ປ່າໄມ້ ພາຍໃນເຂດເສດຖະກິດພິເສດສາມ ຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
17. ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ, ການຄຸ້ມຄອງສະຖາບັນການເງິນ ແລະ ການຄຸ້ມຄອງລະບົບການຊໍາລະໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
18. ປັບປຸງ, ຕິດຕາມ, ກວດກາກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານຂອງຕົນ;
19. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.