Lao (ພາສາລາວ)

ປະຫວັດຄວາມເປັນມາ ຂອງ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

  • ໄດ້ຮັບການສ້າງຕັ້ງ ປີ 2007 ພາຍໃຕ້ສັນຍາວ່າດ້ວຍການພັດທະ ນາເຂດເສດຖະກິດ ແລະ ແຫ່ງທ່ອງທ່ຽວຄົບວົງຈອນອາຊ່ຽນ ສາມຫຼ່ຽມທອງຄຳ ລະຫວ່າງ ລັດຖະບານ ສປປ ລາວ ຖືຮຸ້ນ 20% ແລະ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ຖືຮຸ້ນ 80% ໂດຍມີອາຍຸສຳປະທານ 75 ປີ ມີເນື້ອທີ່ 827 ຮຕ. ການພັດທະນາ ແລະ ການຄຸ້ມຄອງໃນໄລະນັ້ນ ແມ່ນພາຍໃຕ້ຮູບແບບການລົງທຶນທົ່ວໄປ.

  • ປີ 2010 ລັດຖະບານ ໄດ້ອອກດຳລັດວ່າດ້ວຍການຈັດຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສະບັບເລກທີ 90/ນຍ ລົງວັນທີ 4 ກຸມພາ 2010, ຈາກນັ້ນ ກໍ່ໄດ້ມີການຍົກລະດັບເຂດເສດຖະກິດ ແລະ ແຫ່ງທ່ອງທ່ຽວຄົບວົງຈອນອາຊ່ຽນ ສາມຫຼ່ຽມທອງຄຳ ຂື້ນເປັນເຂດເສດຖະກິດພິເສດສາມຫລ່ຽມຄໍາ ໂດຍກຳນົດອາຍຸສຳປະທານ ເປັນ 99 ປີ, ມີເນື້ອທີ 10.000 ເຮັກຕາ ໃນນີ້ລວມເອົາເນື້ອທີ່ດີນ 827 ເຮັກຕາ, ເພີ່ມເນື້ອທີ່ຕື່ມອີກຈໍານວນ 2.173 ເຮັດຕາ ແລະ ພື້ນທີ່ປ່າປ້ອງກັນ ພູກິ່ວລົມ ຈຳນວນ 7.000 ຮຕ ໃຫ້ເຂດເພື່ອບົວລະບັດຮັກສາ ແລະ ນຳໃຊ້ເປັນແຫຼ່ງທ່ອງທ່ຽວທຳມະຊາດ. ການຄຸ້ມຄອງ ແລະ ເຄື່ອນໄຫວໃນໄລຍະນັ້ນ ແມ່ນຕາມດຳລັດວ່າດ້ວຍເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ສະບັບເລກທີ 443/ນຍ ລົງວັນທີ 26 ຕຸລາ 2010 ໂດຍໄດ້ມີການຈັດຕັ້ງການຄຸ້ມຄອງເປັນ 2 ຄະນະຄື: 1) ຄະນະບໍລິຫານເຂດ ທີ່ປະກອບມີພາກລັດ ເຮັດໜ້າທີ່ໃນການຄຸ້ມຄອງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນເຂດ, 2) ສະພາບໍລິຫານເຂດ ທີ່ປະກອບມີພາກລັດ ແລະ ຜູ້ພັດທະນາ ເພື່ອເຮັດໜ້າທີ່ໃນການດຶງດູດຂົນຂວາຍການລົງທຶນ ແລະ ການພັດທະນາໂຄງການ ໃຫ້ສໍາເລັດຕາມສັນຍາ.

  • ປີ 2014 ໄດ້ມີການປັບປຸງສັນຍາການພັດທະນາໂຄງການ ເພື່ອໃຫ້ສອດຄ່ອງກັບການຍົກລະດັບເປັນເຂດເສດຖະ ກິດພິເສດ ແລະ ເພີ່ມມູນຄ່າການລົງທຶນ ຈາກ 86.600.000 ໂດລາສະຫະລັດ ຂື້ນເປັນ 1.000.000.000 ໂດລາສະຫະລັດ, ປະກອບມີ 13 ກິດຈະການ, ພື້ນທີ່ 827 ເຮັກຕາ ຕາມສັນຍາສະບັບປີ 2007 ລັດຖະບານ ຍັງຖືຫຸ້ນ 20% ແລະ ຜູ້ພັດທະນາຖືຫຸ້ນ 80%. ສ່ວນ 2.173 ເຮັກຕາ ຜູ້ພັດທະນາຖືຮຸ້ນ 100%. ການຄຸ້ມຄອງ ກໍ່ໄດ້ມີການປັບປຸງ ຈາກ 2 ຄະນະ (ຄະນະບໍລິຫານເຂດ ແລະ ສະພາບໍລິຫານເຂດ) ເຂົ້າເປັນຄະນະດຽວຄື: ສະພາບໍລິຫານເຂດ ທີ່ປະກອບມີພາກລັດ ແລະ ຜູ້ພັດທະນາ ເຮັດໜ້າທີ່ຕາມພາລະບົດບາດຂອງແຕ່ລະພາກສ່ວນ ໃນການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄໍາ.

  • ປີ 2018 ລັດຖະບານໄດ້ອອກດຳລັດ ວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ ລົງວັນທີ 7 ມິຖຸນາ 2018 ໃນນີ້ໄດ້ປັບປຸງການຄຸ້ມຄອງ ບໍລິຫານເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ໄປໃນທິດທາງດຽວ ກັນ ເພື່ອຮັບປະກັນການຄຸ້ມຄອງໃຫ້ມີປະສິດທິຜົນ ໃນນີ້ແຂວງທີ່ມີບ່ອນເຂດເສດຖະກິດພິເສດຕັ້ງຢູ່ ໄດ້ມີການ ຈັດຕັ້ງເປັນຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ແລະ ນະຄອນຫລວງວຽງຈັນ ທີ່ມີແຕ່ພາກລັດ ເປັນຜູ້ຄຸ້ມຄອງຕາມພາລະບົດບາດທີ່ກໍານົດໄວ້. ສ່ວນຢູ່ແຂວງບໍ່ແກ້ວ ກໍ່ໄດ້ມີການຜັນຂະຫຍາຍດຳລັດດັ່ງກ່າວ ໂດຍໄດ້ຈັດຕັ້ງເປັນ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄໍາ ຕາມພາລະບົດບາດທີ່ກໍານົດໄວ້ໃນດຳລັດວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ ລົງວັນທີ 7 ມິຖຸນາ 2018 ແລະ ສັນຍາການພັດທະນາໂຄງການ.

  • ປີ 2023 ລັດຖະບານ ໄດ້ຍົກລະດັບການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ທຽບເທົ່າເມືອງ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ໂດຍມີ 20 ແໜງ ການການຂອງພາກລັດເຂົ້າມາຄຸ້ມຄອງ ແລະ ອຳນວຍຄວາມສະດວກດ້ານການລົງທຶນ.

Image