Lao (ພາສາລາວ)

ນະໂຍບາຍສົ່ງເສີມການລົງທຶນ ສໍາລັບຜູ້ພັດທະນາ

Image
ອາກອນມູນຄ່າເພີ່ມ: ເສຍໃນອັດຕາ 5%
Image
ອາກອນກໍາໄລ: ຍົກເວັ້ນ 7 ປີ, ພາຍຫລັງສິ້ນສຸດໄລຍະການຍົກເວັ້ນແມ່ນເສຍໃນອັດຕາ 10% ຂອງກໍາໄລສຸດທິ.
Image
1. ອາກອນລາຍໄດ້: ພະນັກງານ-ແຮງ ງານ ປະຈໍາຢູ່ກຸ່ມບໍລິສັດດອກງີ້ວຄໍາ ຈໍາກັດ ຫລື ບຸກຄົນ ທີ່ສະໜອງແຮງງານໃຫ້ບໍລິສັດ ເປັນບາງຄັ້ງຄາວ ແຕ່ມີລາຍໄດ້ ແມ່ນຖຶກເສຍອາກອນ ລາຍໄດ້ຈາກເງີນເດືອນ ຫລື ຄ່າແຮງງານໃນອັດຕາ 5%.
2. ອາກອນລາຍໄດ້ ຈາກການຂາຍອະສັງຫາລີມະຊັບ ແມ່ນຈະຖຶກເສຍໃນອັດຕາ 0.5% ຂອງມູນຄ່າການຊື້ຂາຍ. ກົດໝາຍກໍານົດ ອັດຕາ 2% ຂອງມູນຄ່າການຊື້ຂາຍ.
3. ອາກອນລາຍໄດ້ອື່ນໆ ແລະ ຄ່າທໍານຽມຕ່າງໆພາຍໃນເຂດ ແມ່ນຖຶກເສຍ 50% ຂອງອັດຕາກໍານົດໃນລະບຽບກົດໝາຍ.
Image
ອາກອນຊົມໃຊ້: ນອກຈາກກິດຈະການກາຊີໂນແລ້ວ ກິດຈະການອື່ນໆທີ່ຖຶກເສຍອາກອນຊົມໃຊ້ ແມ່ນປະຕິບັດ 50% ຂອງອັດຕາກົດໝາຍກໍານົດ.

ແຫລ່ງຂໍ້ມູນ: ຄໍາແນະນໍາຂອງກົມສ່ວຍສາອາກອນ, ກະຊວງການເງີນ ສະບັບເລກທີ 3579/ກສອ, ລົງວັນທີ 3 ມິຖຸນາ 2024.