Lao (ພາສາລາວ)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

ໜ້າຫຼັກ

Featured

ກອງປະຊຸມ ປະເມີນຜົນການແກ້ໄຂການສໍ້ໂກງທາງໂທລະຄົມ (CallCenter) ທີ່ ຂສພຄ ແຂວງບໍ່ແກ້ວ

ກອງປະຊຸມປະເມີນຜົນການແກ້ໄຂການສໍ້ໂກງທາງໂທລະຄົມ(CallCenter) ໄດ້ຈັດຂື້ນໃນວັນທີ 7 ມັງກອນ 2025 ທີເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະຊີ້ນໍາອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງເຈົ້າແຂວງໆບໍ່ແກ້ວ ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານ ກ່າວຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ມີບັນດາຄະນະພັກ, ຄະນະນໍາກໍາລັງກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າ-ຮອງຫົວໜ້າຫ້ອງການ ປກຊ-ປກສ, ການນໍາສະພາບໍລິຫານເຂດ, ກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ, ພ້ອມດ້ວຍບັນດາທ່ານການນໍາຂະແໜງການອົງການຄຸ້ມຄອງ-ບໍລິຫານເຂດ, ຂະແໜງການປິ່ນອ້ອມພາຍໃນເຂດ, ທ່ານຜູ້ຕາງໜ້າພາກທຸລະກິດ, ຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງທີ່ກຽ່ວຂ້ອງ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເຂົ້າຮ່ວມ.

ໃນກອງຊຸມ ທ່ານ ພົນຈັດຕະວາ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ ການປະເມີນຜົນ ການແກ້ໄຂການເຄື່ອນໄຫວສໍ້ໂກງທາງໂທລະຄົມ(Call center) ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄລຍະ 2022-2024 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ການແກ້ໄຂບັນຫາການເຄື່ອນໄຫວສໍ້ໂກງທາງໂທລະຄົມ(Call center) ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃນໄລຍະຜ່ານມາ ໄດ້ພົບເຫັນຈໍານວນ 157 ຕຶກ ທີ່ເປັນການເຄື່ອນໄຫວຕອບແຊັດ ຫຼື ການສໍ້ໂກງທາງໂທລະຄົມມີຈໍານວນ 306 ຫົວໜ່ວຍ, ມີແຮງງານທັງໝົດ 15.970 ຄົນ, ໃນນີ້ ຄົນລາວ 6.120 ຄົນ ແລະ ຕ່າງປະເທດ 9.868 ຄົນ, ຜ່ານການຈັດຕັ້ງປະຕິບັດແກ້ໄຂຕົວຈິງ 2 ປີກ່ວາ ສາມາດລົບລ້າງໄດ້ 63 ຫົວໜ່ວຍ ກວມ 20,5 %; ໄດ້ຫຍຸບ ຫຼື ສະຫຼາຍຕົວເອງ 46 ຫົວໜ່ວຍ ກວມ 15 % ແລະ ຫັນປ່ຽນສູ່ການເຄື່ອນໄຫວເກມອອນລາຍທີ່ມີການອະນຸມັດທັງຫົວໜ່ວຍໃຫຍ່ ແລະ ສາຂາຈໍານວນ 160 ຫົວໜ່ວຍ ກວມ 52,2 %, ຍັງສືບຕໍ່ກວດກາແກ້ໄຂຈໍານວນ 37 ຫົວໜ່ວຍ, ກວມເອົາ 12 %, ສະຫຼຸບໄດ້ວ່າ ໄດ້ກວດກາແກ້ໄຂສໍາເລັດຕົວຈິງມີ 88%. ສໍາລັບທາງດ້ານແຮງງານ ໄດ້ກັກຕົວສົ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ທັງໝົດມີຈໍານວນ 9 ຄັ້ງ ລວມມີ 1.394 ຄົນ, ຍິງ 73 ຄົນ, ພ້ອມຂອງກາງເປັນໂທລະຊັບມືຖື 5.430 ໜ່ວຍ, ຄອມຕັ້ງໂຕະ 1.368 ຊຸດ, ໂນດບຸກ 92 ໜ່ວຍ, ໄອແພັກ 2 ໜ່ວຍ, ຫົວແຈກວາຍໄຟ 14 ອັນ, USB 16 ອັນ, ໄດ້ສົ່ງຕົວໃຫ້ເຈົ້າໜ້າທີ່ຕໍາຫຼວດ ສສ ຫວຽດນາມ ມີຈໍານວນທັງໝົດ 2 ຄັ້ງ ລວມມີ 159 ຄົນ, ຍິງ 26 ຄົນ, ພ້ອມຂອງກາງເປັນໂທລະຊັບມືຖື 298 ໜ່ວຍ, ຄອມຕັ້ງໂຕະ 20 ໜ່ວຍ ແລະ ໄດ້ສົ່ງຕົວແຮງງານສັນຊາດອື່ນໆກັບຄືນປະເທດໄດ້ທັງໝົດທັງໝົດ 9 ຄັ້ງ ລວມ 138 ຄົນ, ຍິງ 131 ຄົນ, ໄດ້ຢຶດຂອງກາງເປັນຄອມພິວເຕີຕັ້ງໂຕະ 83 ຊຸດ, ໂນດບຸກ 2 ເຄື່ອງ, ມືຖື 6 ເຄື່ອງ, ເຄື່ອງຮັບສັນຍານດາວທຽມ 2 ຊຸດ ແລະ ສາຍສາກມືຖືຈໍານວນໜຶ່ງ. ສ່ວນທິດທາງແຜນການໃນຕໍ່ໜ້າ ກະຊວງປ້ອງກັນຄວາມສະຫງົບ ແມ່ນຈະໄດ້ສືບຕໍ່ເອົາໃຈໃສ່ຂອດການປະສານງານສົມທົບກັບພາກສ່ວນທີ່ກຽ່ວຂ້ອງ ອ້ອມຂ້າງຂັ້ນສູນກາງ, ແຂວງ, ເມືອງ, ປກຊ-ປກສ ເຂດ ກໍຄືບັນດາໜ່ວຍງານທີ່ຂຶ້ນກັບເຂດເສດຖະກິດພິເສດ ສາມຫຼຽ່ມຄໍາ ພ້ອມກັນປຶກສາຫາ ແລະ ກໍານົດທິດທາງແຜນການລະອຽດ ເພື່ອແກ້ໄຂບັນຫາການເຄື່ອນໄຫວສໍ້ໂກງທາງໂທລະຄົມ(Call center) ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃນໄລຍະປີ 2025 ໃຫ້ມີຄວາມຄ່ອງຕົວກ່ວາເກົ່າ ພ້ອມທັງຮັບປະກັນໄດ້ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ.

ໂອກາດນີ້, ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ກ່າວໂອ້ລົມ ເຊິ່ງກ່ອນອື່ນທ່ານ ກໍໄກ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ຈາກນັ້ນ ກໍໄດ້ເນັ້ນໜັກສະເໜີໃຫ້ບັນດາສະຫາຍ ຜູ້ເຂົ້າຮ່ວມ ໂດຍສະເພາະກໍຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງທີ່ກຽ່ວຂ້ອງດ້ານວຽກງານດັ່ງກ່າວ ເອົາໃຈໃສ່ບາງບັນຫາ ຄື: 1). ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດໃຫ້ແໜ້ນ, ໂດຍຖືເອົາວຽກງານສຶກສາອົບຮົມ ເປັນສໍາຄັນ, ເຮັດຢ່າງແທດເຖິງ ແລະ ເລິກເຊິ່ງແທ້; ພ້ອມທັງມີມາດຕະການສະກັດກັ້ນ ເພື່ອໃຫ້ກົມກອງມີຄວາມສະຫງົບ; ພ້ອມກັນນີ້ ຄະນະພັກແຕ່ລະຂັ້ນກໍ່ຕ້ອງເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ, ເປັນແບບຢ່າງນໍາໜ້າ ແລະ ຍົກສູງສະຕິຊາດ, ເປັນເຈົ້າຕົນເອງ, ເສຍສະຫຼະເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ; 2). ຄະນະພັກ-ຄະນະບັນຊາ ຕ້ອງປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບແທດຕົວຈິງ, ບົນພື້ນຖານເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ປະຕິບັດລະບອບຮ່ວມຊີວິດພັກເປັນປົກກະຕິ, ມີຄວາມຈິງໃຈ, ກ້າຫານຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງມີການແບ່ງງານມອບໝາຍໃນໝູ່ຄະນະ ຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍຂອງວຽກງານ ແລະ ເອົາໃຈໃສ່ລົງເລິກໃກ້ສິດຕິດແທດຮາກຖານ ເປັນປົກກະຕິຕໍ່ເນື່ອງ; 3). ສືບຕໍ່ສະເໜີຄົ້ນຄ້ວາ ແລະ ປັບປຸງນິຕິກໍາກ່ຽວກັບການອະນຸມັດ ແລະ ຄຸ້ມຄອງກິດຈະການເກມອອນລາຍ ໃຫ້ມີເນື້ອໃນລະອຽດເລິກເຊິ່ງ ແລະ ຮັດກຸມ, ພ້ອມນັ້ນ ກໍ່ສົມທົບກັບບໍລິສັດບໍລິຫານຈັດການໄຊເບີລາວ ຫຼື LCM ແຕ່ງຕັ້ງພະນັກງານມາປະຈໍາຢູ່ເຂດ ເພື່ອເຮັດວຽກງານການສະໜອງຂໍ້ມູນ, ການປະສານງານ ແລະ ການຄຸ້ມຄອງຕິດຕາມກວດກາຮ່ວມກັນເປັນປົກກະຕິ; ອອກນິຕິກໍາທີ່ເປັນອັນສະເພາະກ່ຽວກັບການຄຸ້ມຄອງທາງດ້ານວິຊາສະເພາະ, ເຕັກນິກ, ລະບົບການຕິດຕາມ, ກວດກາ, ການເກັບລາຍຮັບ ແລະອື່ນໆ ພ້ອມທັງຄົ້ນຄ້ວາແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຄື່ອນໄຫວປະຕິບັດວຽກງານດັ່ງກ່າວທີ່ເປັນລັກສະນະຍາວນານ ເພື່ອຕິດຕາມກວດກາ ແລະ ຄຸ້ມຄອງພາຍໃນເຂດ, ເຊິ່ງປະກອບມີຜູ້ຕາງໜ້າຈາກຄະນະຄຸ້ມຄອງເຂດ, ສະພາບໍລິຫານເຂດ, ກອງບັນຊາການປ້ອງກັນຄວາມສະຫງົບເຂດ, ບໍລິສັດ LCM, ຂະແໜງແຮງງານ, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງເຕັກໂນໂລຊີ ແລະ ການສື່ສານ, ຂະແໜງການເງິນ ແລະ ລປພ ເຂດ; 4). ສືບຕໍ່ເອົາໃຈໃສ່ຂອດການປະສານງານສົມທົບລະຫວ່າງບັນດາອົງການຈັດຕັ້ງພາກລັດ, ຜູ້ພັດທະນາ, ບໍລິສັດ ແລະ ຜູ້ປະກອບການທຸລະກິດເກມອອນລາຍ ໃຫ້ມີຄວາມຄ່ອງຕົວກ່ວາເກົ່າ ເປັນຕົ້ນການລວມຕົວຂອງບັນດາບໍລິສັດ ແມ່ ແລະ ບັນດາຕົວແທນໃຫ້ການບໍລິການຢູ່ພາຍໃນເຂດ; 5). ສຸມໃສ່ສືບຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ປີ 2024-2025; ຈັດຕັ້ງປະຕິບັດແຜນດໍາເນີນງານກ່ຽວກັບການຄຸ້ມຄອງ, ເລີກຮື້ອາວຸດເສິກ, ຖານຂໍມູນປະຊາກອນ, ໂຄງການກໍ່ສ້າງສູນບຳບັດ ທີ່ເພື່ອນຊ່ວຍ; ມອບໃຫ້ຄະນະຊີ້ນໍາ, ກົມໃຫຍ່ 503 ແລະ ກົມ 509 ສືບຕໍ່ດໍາເນີນງານແຕ່ລະວຽກໃຫ້ໄປຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດ; 6). ສຸມໃສ່ຮັບປະກັນວຽກງານພະລາທິການຕາມລະບອບ, ຕົ້ນຕໍແມ່ນຮັບປະກັນເງິນເດືອນ-ເງິນກິນ, ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ການຈັດຊື້-ຈັດຫາ, ການຂົນສົ່ງ ແລະ ຄຸ້ມຄອງ ການກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງທີ່ເຫັນວ່າຈຳເປັນ; ບົວລະບັດ-ປົກປັກຮັກສາວັດຖຸ, ອຸປະກອນເຕັກນິກ ຮັບໃຊ້ວິຊາສະເພາະ ໃຫ້ມີຄວາມຮັບປະກັນຂັ້ນພື້ນຖານ ແກ່ວຽກງານປ້ອງກັນຄວາມສະຫງົບ ກໍ່ຄືການແກ້ໄຂບັນດາກໍລະນີ ທີ່ສຸກເສີນ; 7). ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖຶກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກຳລັງ ປກສ ບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງຕາມ ເງື່ອນໄຂ; ໂດຍສະເພາະການແລກປ່ຽນບົດຮຽນ, ຝຶກອົບຮົມ ແລະ ກໍ່ສ້າງກຳລັງ; ພ້ອມນັ້ນ, ກໍ່ໝູນໃຊ້ຢ່າງຄ່ອງແຂວກົນໄກປະສານງານ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການແກ້ໄຂບັນຫາຄວາມບໍ່ສະ ຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນເຂດ ຕາມແນວຊາຍແດນ ຫຼືກົນໄກຮ່ວມມືອື່ນທີ່ກ່ຽວ ຂ້ອງກັບການກວດພິສູດຂໍ້ມູນ, ການຕິດຕາມ ແລະ ແກ້ໄຂອາດຊະຍາກຳຂ້າມຊາດ ໃນຮູບແບບຕ່າງໆ.

Related Articles