Chinese Simplified (China)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ບໍລິໂພກ ພ້ອມກັບການພັດທະນາເສດຖະກິດ-ສັງຄົມໃຫ້ມີຄຸນນະພາບສູງຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ໃນວັນທີ 29 ພະຈິກ 2024 ທີ່ຜ່ານມາ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ຮ່ວມມືກັບສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ປອມແປງ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ການທຳລາຍສິນຄ້າປອມແປງ ແລະ ຫມົດອາຍຸໃນຄັ້ງນີ້ມີທັງໝົດ 10,276 ຫົວໜ່ວຍ ຄິດເປັນມູນຄ່າ 139 ລ້ານກີບ. ສິນຄ້າດັ່ງກ່າວໄດ້ຖືກເຈົ້າໜ້າທີ່ ຫ້ອງການກວດກາອຸດສາຫະກຳ ແລະ ການຄ້າຂອງເຂດ ຮ່ວມມືກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຍຶດໄດ້ຈາກຮ້ານຂາຍຍົກ ແລະ ຂາຍຍ່ອຍ, ຮ້ານອາຫານ, ສະຖານທີ່ບັນເທີິງ, ຮ້ານຂາຍຢາ ແລະ ບ່ອນອື່ນໆທີ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ການປະຕິບັດຈັດຕັ້ງການທຳລາຍສິນຄ້າປອມແປງ ແລະ ຫມົດອາຍຸໃນຄັ້ງນີ້ ສະແດງໃຫ້ເຫັນເຖີງຄວາມເອົາໃຈໃສ່ ແລະ ຄວາມຕັ້ງໃຈອັນໜັກແໜ້ນໃນການປາບປາມສິນຄ້າທີ່ຜິດກົດໝາຍຢູ່ພາຍໃນເຂດ ພ້ອມຊຸກຍູ້ສົ່ງເສີມໃຫ້ພາຍໃນເຂດໄດ້ຊົມໃຊ້ສີນຄ້າທີມີຄຸນນະພາບສູງ. ໃນອະນາຄົດ ເຂດຂອງພວກເຮົາຍັງຈະສືບຕໍ່ເພີ່ມທະວີການຄຸ້ມຄອງຕະຫລາດ ພ້ອມທັງຈະຈັດຕັ້ງປະຕິບັດ ແລະ ລົງກວດກາໃນໄລຍະຍາວ ແລະ ຈະສ້າງໃຫ້ກາຍເປັນຕົວເມືອງທີ່ເໝາະແກ່ການລົງທຶນ, ການດຳລົງຊີວິດ ແລະ ການທ່ອງທ່ຽວແບບຄົບວົງຈອນ.

Related Articles