ພິທີປະກາດການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າອົງການຄຸ້ມຄອງບໍລິຫານງານເຂດເສດຖະກິດພິເສດ ສາມຫຼ່ຽມ ໄດ້ຈັດຂຶ້ນໃນ ຕອນບ່າຍ ວັນທີ 29 ພະຈິກ 2024 ນີ້, ທີ່ຫ້ອງປະຊຸມໂຮງແຮມດາວດອກງິ້ວຄຳ ໂດຍການເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ກະຊວງແຜນການ ແລະ ການລົງທຶນ, ບັນດາພະແນກການກ່ຽວຂ້ອງຂອງແຂວງ ແລະ ຂະແໜງການປິ່ນອ້ອມ ຂສພຄ ເຂົ້າຮ່ວມ.
ໃນພິທີ ທ່ານ ສິນໄຊ ສິລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າ ອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເຊິ່ງໄດ້ເຫັນດີແຕ່ງຕັ້ງ ທ່ານ ບຸນທອງ ແສງສີກອງ ກຳມະການພັກແຂວງ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕໍາແໜ່ງເປັນຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕຳແໜ່ງ ເປັນຮອງຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ທ່ານ ຄຳສະຫວາດ ແກ້ວປັນຍາ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕຳແໜ່ງ ເປັນຮອງຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ທ່ານ ສົມຊາຍ ສຸກສະຫວັດ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ບໍ່ແກ້ວ ຄວບຕຳແໜ່ງ ເປັນຮອງຫົວໜ້າອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເປັນຄະນະອົງການຄຸ້ມຄອງ - ບໍລິຫານເຂດເສດຖະກິດພິເສດແຂວງ ບໍ່ແກ້ວ.
ໂອກາດນີ້, ທ່ານ ປອ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ອົງການຄຸ້ມມຄອງ-ບໍລິຫານງານເຂດເສດຖະກິດພິເສດສາມ ຫຼ່ຽມຄຳ ຄັ້ງນີ້ ຖືເປັນວຽກງານປົກກະຕິການຈັດຕັ້ງພັກ - ລັດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕາມດ້ານສິດ ໜ້າທີ່ ໃນສະພາບເງື່ອນໄຂປະຈຸບັນ ທັງເປັນການຍົກລະດັບການຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເທື່ອລະກ້າວ ໂດຍໄດ້ຍົກຖານະຈາກຄະນະຄຸ້ມຄອງ ເປັນອົງການບໍລິຫານ - ຄຸ້ມຄອງ ເພື່ອເປັນເສນາທິການໃຫ້ແກ່ພັກ - ລັດໃນການບໍລິິຫານ - ຄຸ້ມເຂດເສດຖະກິດພິເສດແຫ່ງນີ້. ດັ່ງນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕ້ອງໄດ້ສືບຕໍ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນການປັບປຸງກົງຈັກການຈັດຕັ້ງ ບຸກຄະລາກອນໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ, ສືບຕໍ່ເປັນເສນາທິການໃຫ້ແກ່ພັກ - ລັດ ໃນການຍາດແຍ່ງການລົງທຶນ, ການສ້າງເຂດດັ່ງກ່າວໃຫ້ເປັນເຂດເສດຖະກິດພິເສດຕົວແບບ, ຍົກສູງຄຸນທາດການເມືຶອງ ແນວທາງນະໂຍບາຍ ລະບຽບກົດໝາຍ, ຍົກສູງແບບແຜນວິທີເຮັດວຽກໂດຍຍຶດຖືຕາມລັກການລວມສູນປະຊາທິປະໄຕ, ສືບຕໍ່ປະສານກັບສອງກຳລັງທີ່ປະຈໍາຢູໃນເຂດເພື່ອຕໍ່ຕ້ານອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີທີ່ໃສ່ຮ້າຍປ້າຍສີພັກ - ລັດ ກໍ່ຄືເຂດ ແລະ ບັນຫາອື່ນໆ.