ໃນວັນທີ 22 ມັງກອນ 2025 ຜ່ານມາ ນຳໂດຍທ່ານ ອຸ່ນຈັນ ວິໄລສານ ຮອງອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແຂວງບໍ່ແກ້ວ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາຈາກພະແນກວິຊາວິທະຍາສາດການປູກຝັງ ແລະ ພະແນກວິທະຍາສາດການລ້ຽງສັດທັດສະນະສຶກສາ ແລະ ຢ້ຽມຊົມເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລວມທັງໝົດ 64 ທ່ານ. ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກຕາງໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວໃນການນຳພາທ່ຽວຊົມສະຖານທີ່ອັນສຳຄັນຕ່າງໆເປັນຕົ້ນແມ່ນ: ຟາມງົວ, ຟາມປູກຜັກເຮືອນຮົ່ມ, ສວນທະເລດອກໄມ້, ສວນກະສິກຳກ້າເບ້ຍໄມ້, ປ່ອງຢ້ຽມສາມຫຼ່ຽມຄຳ (ດອນຊາວ) ແລະ ສະຖານທີ່ອື່ນໆທີ່ກ່ຽວພັນກັບບັນດາກິດຈະກຳ ແລະ ບົດຮຽນເຮັດໃຫ້ຄູອາຈານ ແລະ ນັກສຶກສາໄດ້ມີການແລກປ່ຽນຮຽນຮູ້ການຮຽນ-ການສອນທິດສະດີໃຫ້ສອດຄ່ອງກັບພາກປະຕິບັດຕົວຈິງໃນສາຂາ ແລະ ພາກວິຊາ; ເປັນການພັດທະນາຄວາມຮູ້, ເພີ່ມທັກສະ ແລະ ປະສົບການໃໝ່ທີ່ຈະຊ່ວຍໃຫ້ນັກສຶກສາໄດ້ຂະຫຍາຍຄວາມເຂົ້າໃຈດ້ານການຜະລິດພືດຜັກ ແລະ ການກ້າເບ້ຍໄມ້ດອກ-ເບ້ຍໄມ້ປະດັບ ແລະ ການລ້ຽງສັດໃຫ້ຖືກຕ້ອງຕາມຫຼັກການໃນລະບົບທີ່ທັນສະໄໝຂື້ນ
ໃນລະຫວ່າງກິດຈະກຳນັກສຶກສາໄດ້ຮັບຟັງການບັນຍາຍບົດຮຽນການປູກການລ້ຽງຈາກພາກສ່ວນກ່ຽວຂ້ອງ ແລະ ຂໍ້ມູນທີ່ສຳຄັນເພື່ອສ້າງແຮງບັນດານໃຈໃນການຮຽນຮູ້ ແລະ ປະກອບອາຊີບໃນອະນາຄົດ.
ຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ ເປັນສະຖານທີ່ສຳຄັນຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ທາງດ້ານການພັດທະນາການລົງທຶນອຸດສາຫະກຳ, ການຜະລິດ ແລະ ສິນຄ້າກະສິກຳສົ່ງອອກ. ນອກນີ້ຍັງເປັນບ່ອນສະໜອງຂໍ້ມູນທີ່ເປັນປະໂຫຍດສໍາລັບການປະຕິບັດຕົວຈິງ ໃຫ້ເດັກລຸ້ນໃໝ່ໄດ້ມາສຶກສາຮ່ຳຮຽນເພື່ອສ້າງໂອກາດຍົກລະດັບຄວາມຮູ້ຄວາມສາມາດຂອງຕົນອີກດ້ວຍ.