I. ຫ້ອງການບໍລິການປະຕູດຽວ
ຫ້ອງການບໍລິການປະຕູດຽວ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແມ່ນຫນ່ວຍງານບໍລິການຫນຶ່ງ ທີ່ເຮັດຫນ້າທີ່ໃນການບໍລິການຂອງພາກລັດ ແລະ ຜູ້ພັດທະນາ ໃນການອໍານວຍຄວາມສະ ດວກດ້ານການບໍລິການຕ່າງໆຢູ່ກັບທີ່ໃຫ້ແກ່ຜູ້ລົງທຶນ, ນັກທ່ອງທ່ຽວ, ຜູ້ອອກແຮງງານ ແລະ ອື່ນໆ ທີ່ລົງທຶນ ແລະ ດໍາລົງຊີວິດຢູ່ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ.
II. ຫລັກການພື້ນຖານ ການບໍລິການປະຕູດຽວ ໃນເຂດເສດຖະກິດພິເສດ
ການບໍລິການ ປະຕູດຽວໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ປະຕິບັດຕາມຫລັກການ ແລະ ຂັ້ນຕອນ ກະທັດຮັດ, ປະດິດສ້າງ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້ ຊື່ງລາຍລະອຽດມີດັ່ງນີ້:
1. ຂະບວນການຕັດສິນໃຈ |
2. ການບໍລິການທີ່ສົມບູນແບບ & ໂປ່ງໃສ |
3. ໂຄງສ້າງຄ່າທໍານຽມທີ່ໂປ່ງໃສ |
|---|---|---|
|
|
|
III. ຂັ້ນຕອນການລົງທຶນ
ຂັ້ນຕອນການບໍລິການປະຕູດຽວ ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ຈະມີ 6 ຂັ້ນຕອນດັ່ງນີ້:
1. ຂັ້ນຕອນທີ 1 |
2. ຂັ້ນຕອນທີ 2 |
3. ຂັ້ນຕອນທີ 3 |
|---|---|---|
|
ຜູ້ລົງທຶນ ຫລື ຜູ້ບໍລິການ ຍື່ນຄໍາຮ້ອງການຂໍອະນຸຍາດຕ່າງໆ ໄປຍັງຫ້ອງການບໍລິການປະຕູດຽວ ທີ່ຕັ້ງຢູ່ອາຄານ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ; |
ຫ້ອງການປະຕູດຽວ ຈະກວດກາຄໍາຮ້ອງ ແລະ ເອກະສານປະກອບ ໃນການຂໍອະນຸຍາດຄົບຖວນ ຫລື ບໍ, ແລະ ເອກະສານດັ່ງກ່າວ ແມ່ນຈະກ່ຽວຂ້ອງກັບພາກລັດ ຫລື ຜູ້ພັດທະນາ ເປັນຜູ້ອອກອະນຸຍາດ; |
ຈາກນັ້ນນໍາສົ່ງໃຫ້ຫົວໜ້າອົງການຄຸ້ມຄອງສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຫລື ຄະນະສະພາບໍລິຫານເຂດ ຄະນະຄຸ້ມຄອງເຂດເສດຖະກິດ ພິຈາລະນາ ແລະ ສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງຕົນຄົ້ນຄວ້າ; |
4. ຂັ້ນຕອນທີ 4 |
5. ຂັ້ນຕອນທີ 5 |
6. ຂັ້ນຕອນທີ 6 |
|
ຂະແໜງການທີ່ກ່ຽວຂ້ອງ ຈະຄົ້ນຄວ້າຄໍາຮ້ອງໃນການຂໍອະນຸຍາດຕ່າງ ແລະ ບັນດາເອກະສານປະກອບ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈາກນັ້ນຈະຢັ້ງຢືນ ເພື່ອໃຫ້ຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຫລື ຄະນະສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ລົງລາຍເຊັນ; |
ຫົວໜ້າອົງການຄຸ້ມຄອງບໍລິການ ຫລື ຄະນະສະພາບໍລິຫານ ຈະລົງລາຍເຊັນເອກະສານ ຕາມການຢັ້ງຢືນຂອງຂະແໜງການທີ່ກ່ຽວຂ້ອງ ຈາກນັ້ນສົ່ງໃຫ້ຫ້ອງການບໍລິຫານປະຕູດຽວ ເພື່ອສົ່ງໃຫ້ຜູ້ລົງທຶນ; |
ຫ້ອງການບໍລິການປະຕູດຽວ ຈະສົ່ງເອກະສານໃຫ້ຜູ້ລົງທຶນ ຫລື ຜູ້ບໍລິການ, ພ້ອມທັງເກັບຄ່າທໍານຽມ ແລະ ຄ່າບໍລິການຕາມລະບຽບການ. |

IV. ການບໍລິການປະຕູດຽວໃນເຂດ
ການບໍລິການຂອງພາກລັດ
1. ຂະແຫນງສົ່ງເສີມການລົງທຶນ |
2. ຂະແຫນງອຸດສາຫະກໍາ ແລະ ການຄ້າ |
3. ຂະແຫນງໂຍທາທິການ ແລະ ຂົນສົ່ງ |
|---|---|---|
|
- ການອອກໃບທະບຽນວິສາຫະກິດ - ການອອກໃບສົ່ງເສີມການລົງທຶນ - ການອອກອະນຸຍາດ ນໍາເຂົ້າ-ສົ່ງອອກ ສິນຄ້າ |
- ການອອກໃບອະນຸຍາດດໍາເນີນທຸລະກິດ - ການອອກໃບຢັ້ງຢືນຄຸນນະພາບ (ອຸປະກອນພິເສດ) - ການອອກໃບອະນຸຍາດດໍາເນີນກິດຈະການໂຮງງານ - ການອອກໃບອະນຸຍາດສ້າງຕັ້ງໂຮງງານ - ການອອກໃບຢັ້ງຢືນແຫລ່ງກໍາເນີດສິນຄ້າ |
- ການຂໍອະນຸຍາດ ແລ່ນລົດແທັກຊີ - ການຂໍອະນຸຍາດ ຮ້ານສ້ອມແປງລົດໃຫຍ່ - ການຂໍອະນຸຍາດ ຮ້ານສ້ອມແປງລົດຈັກ - ການຂໍອະນຸຍາດຮ້ານອັດສິດ - ການອອກທະບຽນເຮຶອກາບ 15 ໂຕນ ລົງມາ - ການຂໍຂື້ນທະບຽນເຮືອ 15 ໂຕນ ຂື້ນໄປ - ການຂໍໃບອະນຸຍາດ ແລ່ນລົດຕຸກຕຸກ ໃນເຂດ - ການຂໍກວດກາເຕັກນິກ ກ່ອນຂື້ນທະບຽນລົດທຸກປະເພດ - ການຂໍເສັງໃບຂັບຂີ່ - ການຂໍອະນຸຍາດປຸກສ້າງ - ການຂໍອະນຸຍາດ ຈົກດິນ-ຖົມດິນ - ການຂໍອະນຸຍາດດຳເນີນທຸລະກິດ (ສ້າງຕັ້ງບໍລິສັດ ກໍ່ສ້າງເຄຫາ-ຂົວທາງ) |
4. ຂະແຫນງທີ່ດິນ ແລະ ສິ່ງແວດລ້ອມ |
5. ຂະແຫນງແຮງງານ ແລະ ສະຫວັດດີການ-ສັງຄົມ |
6. ຂະແຫນງປ້ອງກັນຄວາມສະຫງົບ |
|
- ອອກໃບຢັ້ງຢືນສິດນໍາໃຊ້ທີ່ດີນ ບຸກຄົນ, ນິຕິບຸກຄົນ - ອອກໃບຢັ້ງຢືນ ກໍາມະສິດ ທີ່ຢູ່ອາໄສອະສັງຫາລີມະຊັບ - ແຜນຄຸ້ມຄອງສິ່ງແວດລ້ອມ ຂະໜາດກາງ-ນ້ອຍ, ອອກໃບອະນຸຍາດສິ່ງແວດລ້ອມ |
- ການຂໍນໍາເຂົ້າແຮງງານຕ່າງປະເທດ - ການຂຶ້ນທະບຽນ ແລະ ບັດອະນຸຍາດເຮັດວຽກ - ການຂໍຕໍ່ບັດອະນຸຍາດເຮັດວຽກ |
- ການອອກບັດພັກເຊົາ - ວິຊາ ເຂົ້າ-ອອກ ຫລາຍເທື່ອ |
7. ຂະແຫນງພາຍໃນ |
8. ຂະແຫນງການທະນາຄານ |
9. ຂະແຫນງເຕັກໂນໂລຊີ ແລະ ການສື່ສານ |
|
- ໃບຢັ້ງຢືນການແຈ້ງເກີດ - ໃບຢັ້ງຢືນການແຕ່ງດອງ - ໃບຢັ້ງຢືນການເສຍຊີວິດ - ໃບຢັ້ງຢືນການຍົກຍ້າຍ - ໃບຢັ້ງຢືນການຢ່າຮ້າງ |
- ໃບແຈ້ງລົງທະບຽນ ເປີດບັນຊີ ເງີນຝາກ ນໍາເຂົ້າ-ສົ່ງອອກ - ຂໍຢັ້ງຢືນການນໍາເຂົ້າທຶນມາລົງທຶນໂດຍກົງ ຢູ່ ສປປ ລາວ - ຂໍອະນຸຍາດເປັນຜູ້ໃຫ້ບໍລິການຊໍາລະ - ການສະເໜີ ຂໍສ້າງຕັ້ງສະຖາບັນການເງີນ ທີ່ບໍ່ແມ່ນທະນາຄານ - ການສະເໜີສ້າງຕັ້ງທະນາຄານທຸລະກິດ |
- ອອກໃບອະນຸຍາດ ດຳເນີນທຸລະກິດ ໄປສະນີລະຫວ່າງປະເທດ, ໄປສະນີສາຂາ ແລະ ໄປສະນີແຟນຊາຍ - ໃບອະນຍຸຍາດສະຖານີຮັບ-ສົ່ງສັນຍານ BTS - ໃບອະນຸຍາດ Internet Café, ໃບອະນຸຍາດສ້ອມແປງອຸປະກອນໄອທີ ແລະ ບໍລິການຊອບແວ - ໃບອະນຸຍາດນໍາເຂົ້າອຸປະກອນໂຟນີ ແລະ ໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່ ວິທະຍຸສື່ສາໂຟນີ |
ການບໍລິການຂອງຜູ້ພັດທະນາ
ສະພາບໍລິຫານເຂດ (ກຸ່ມບໍລິສັດດອກງິ້ວຄໍາ) |
|---|
|
- ການເສຍຄ່າເຊົ່າທີ່ດິນ - ການເສຍຄ່ານໍ້າປະປາ - ການເສຍຄ່າກະແສໄຟຟ້າ - ການເສຍຄ່າອິນເຕີເນັດ |