English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກໜ່ວຍພັກ ອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳຄັ້ງທີ II

ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິດເສດສາມຫຼ່ຽມຄຳ ໄດ້ໄຂຂຶ້ນ ແລະປິດລົງດ້ວຍຜົນສຳເລັດລົງໃນວັນທີ 27 ມິຖຸນາ 2025 ນີ້, ຢູ່ທີ່ຫ້ອງການອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ໂດຍການເປັນປະທານຂອງ ສະຫາຍ ຄຳສະຫວາດ ແກ້ວປັນຍາ ກຳມະການໜ່ວຍພັກ ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເປັນກຽດເຂົ້າຮ່ວມມີ ສະຫາຍ ເຄື່ອນເພັດ ວົງຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ, ຮອງຫົວໜ້າຄະນະຊີ້ນຳອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ສະຫາຍ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາແຂກຖືກເຊີນ, ສະມາຊິກພັກສົມບູນ-ສຳຮອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຄຳສະຫວາດ ແກ້ວປັນຍາ ກຳມະການໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ກ່າວຈຸດປະສົງ. ພ້ອມທັງໄດ້ຜ່ານບົດລາຍງານການເມືອງທັງສອງພາກ ແລະ ຄາດໝາຍສູ້ຊົນ, ຕະຫຼອດໄລຍະ 5 ປີຜ່ານມາ, ໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳປະມີສະມາຊິກພັກທັງໝົດ 51 ສະຫາຍ, ຍິງ 6 ສະຫາຍ, ສົມບູນ 49 ສະຫາຍ, ສຳຮອງ 2 ສະຫາຍ.ຜ່ານມາຄະນະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ແລະ ເປັນບັນຫາຕັດສິນຕໍ່ການນຳພາ, ເປັນຕົ້ນແມ່ນ ໄດ້ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງ ແລະ ນິຕິກຳຕ່າງໆໃຫ້ສະມາຊິກພັກໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງກວ້າງຂວາງ ແລະ ເຂັ້ມງວດ ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງ, ໂດຍຖືເອົາວຽກງານອົງການຈັດຕັ້ງມະຫາຊົນເປັນກຳລັງສຳຄັນໃນການສ້າງຂະບວນການຕ່າງໆ, ພ້ອມທັງສ້າງເງື່ອນໄຂ ເອື້ອອຳນວຍຄວາມສະດວກ ແລະ ສ້າງຄວາມເຊື່ອໝັ້ນດຶງດູດ , ຍາດແຍ່ງເອົາການລົງທຶນໃຫ້ຫຼາຍຂຶ້ນ.ຈາກນິ້, ສະຫາຍ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງວຽກງານດ້ານວິຊາສະເພາະໄລຍະ 5 ປີ ຜ່ານມາ ເຊິ່ງໄດ້ ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ວິທີແກ້ໄຂໃນສະເພາະໜ້າ ເປັນຕົ້ນແມ່ນວຽກງານຄຸ້ມຄອງຫົວໜ່ວຍທຸລະກິດ, ການຄ້າ-ການລົງທຶນ, ການຄຸ້ມຄອງແຮງງານ, ວຽກງານສິ່ງແວດລ້ອມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄຸ້ມຄອງໂຄງການກໍ່ສ້າງ, ບໍ່ນ້ຳຮ້ອນ, ສ້າງພະເຈົ້າໃຫຍ່ເທິງພູກິ່ວລົມ ແລະ ອື່ນໆ.ເພື່ອແນໃສ່ເຮັດໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຮັບການພັດທະນາມີບາດກ້າວອັນໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.ໃນກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ມີຜູ້ສະໝັກ ຈຳນວນ 7 ສະຫາຍ, ປ່ອນບັດເອົາ 5 ສະຫາຍ,ຜ່ານການປ່ອນບັດ ແລະ ກອງປະຊຸມປະຖົມມະລຶກ ໄດ້ເຫັນດີເລືອກເອົາ ສະຫາຍ ຄຳສະແຫວງ ວິໄລພົງ ເປັນເລຂາໜ່ວຍພັກ, ສະຫາຍ ຄຳສະຫວາດ ແກ້ວປັນຍາ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາໜ່ວຍພັກ, ສະຫາຍ ສົມຊາຍ ສຸກສະຫວັດ ເປັນກຳມະການໜ່ວຍພັກ ທັງເປັນຮອງປະທານກວດກາໜ່ວຍພັກ, ສະຫາຍ ບຸນມາ ໄຈຍະຮັກ ເປັນກຳມະການໜ່ວຍພັກ ທັງເປັນຜູ້ຊ່ວຍວຽກກວດກາໜ່ວຍພັກ, ສະຫາຍ ບຸນເຖິງ ແກ້ວຄຳເພັງ ເປັນກຳມະການໜ່ວຍພັກ. ໂອກາດນິ້. ສະຫາຍເຄື່ອນເພັດ ວົງຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ, ຮອງຫົວໜ້າຄະນະຊີ້ນຳອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມີຄໍາເຫັນໃຫ້ທິດຊີ້ນາໍໃຫ້ ຄະນະໜ່ວຍພັກຊຸດໃໝ່, ຈົ່ງເປັນເຈົ້າການສືບຕໍ່ປັບປຸງແບບແຜນວິທີການນຳພາ, ແບບແຜນວິທີການເຮັດວຽກໃຫ້ມີຄວາມເປັນເອກະພາບສູງຢູ່ພາຍໃນໜ່ວຍພັກ, ຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກເປັນປົກກະຕິ ແລະ ຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ໜັກແໜ້ນ, ເປັນແບບຢ່າງນຳໜ້າທີ່ດີໃຫ້ແກ່ມະຫາຊົນ,ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ,ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແນ່ໃສ່ເພື່ອຊີ້ນຳໆພາວຽກງານດ້ານຕ່າງໆໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

Related Articles