ຕອນບ່າຍວັນທີ 21 ມັງກອນ 2025 ນີ້ຢູ່ທີ່ຫ້ອງປະຊຸມອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດແຂວງບໍ່ແກ້ວ. ໄດ້ຈັດກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໂຄງປະກອບຄະນະກຳມະບານຮາກຖານຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ. ພາຍໃຕ້ການເປັນປະທານຂອງສະຫາຍ ຄຳສະແຫວງ ວິໄລພົງ ປະທານກຳມະບານຮາກຖານ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສຸທິດ ມິດສຳພັນ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງບໍ່ແກ້ວ, ສະຫາຍ ບຸນທອງ ແສງສີກອງ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະກຳມະບານ, ແຂກຖຶກເຊີນ, ສະມາຊິກກຳມະບານຮາກຖານເຂົ້າຮ່ວມ 43 ສະຫາຍ, ຍິງ 11 ສະຫາຍ
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຮັບຮອງເອົາບົດລາຍງານການເມືອງໃນການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວໄລຍະຜ່ານມາ, ອັນໄດ້ຕີລາຄາດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນການນຳພາແຕ່ປີ 2022-2024 ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ( 2025-2029) ເຊີ່ງເປັນບາດລ້ຽວອັນສຳຄັນໃນການນຳພາຊີ້ນຳວຽກງານກຳມະບານຮາກຖານເພື່ອສືບຕໍ່ປັບປຸງແກ້ໄຂໃນສະເພາະໜ້າ, ຈາກນີ້ກອງປະຊຸມໃຫຍ່ກຳມະບານຮາກຖານຊຸດທີ I, ກອງປະຊຸມປະຖົມມະລຶກ, ໄດ້ເປັນເອກະສັນກັນເລືອກຕັ້ງເອົາປະທານ, ຮອງປະທານຮາກຖານດັ່ງນີ້: ສະຫາຍ ສົມຊາຍ ສຸກສະຫວັດ ເປັນປະທານຊີ້ນຳລວມ, ຮັບຜິດຊອບວຽກງານກວດກາ ສຶກສາອົບຮົມການເມືອງແນວຄິດ-ວຽກງານຈັດຕັ້ງ; ສະຫາຍ ບຸນເຖິງ ແກ້ວຄຳເພັງ ເປັນຮອງປະທານ, ຮັບຜິດຊອບວຽກງານກວດກາ, ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ແລະ ຜູ້ອອກແຮງງານ; ສະຫາຍ ອິ່ນຄຳ ທຳມະວົງ ເປັນຮອງປະທານ ຮັບຜິດຊອບວຽກງານຂະບວນການ-ເສດຖະກິດຂອງກຳມະບານ ແລະ ຜູ້ຊ່ວຍວຽກອີກ 2 ສະຫາຍ. ພ້ອມນີ້ກອງປະຊຸມຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ກົມກອງ-ບຸກຄົນ ແລະ ໃບຢັ້ງຢືນເປັນກຳມະບານຮາກຖານ 5 ເປັນເຈົ້າ. ຈາກນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງ ແລະ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງບໍ່ແກ້ວ. ທີ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນຂອງຄະນະປະທານກຳມະບານຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ທີ່ຍາດມາໄດ້"ໃນແຕ່ລະດ້ານທີ່ຜ່ານມາ. ພ້ອມທັງຮຽກຮ້ອງມາຍັງອົງການຈັດຕັ້ງມະຫາຊົນ, ສະມາຊິກກຳມະບານຮາກຖານທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຢູ່ອ້ອມຂ້າງພັກ, ສູ້ຊົນບຸກບືນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການພ້ອມທັງອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສຳເລັດໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ອັນອື່ນໆຕື່ມອີກ.