ໃນຕອນເຊົ້າ ວັນທີ 21 ກໍລະກົດ 2025, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ ເປັນເຈົ້າພາບ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ຂອງກອງບັນຊາການ ປກສ 4 ແຂວງພາກເໜືອ (ແຂວງບໍ່ແກ້ວ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ) ແລະ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໂດຍການເປັນປະທານຂອງ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີ ພົຈວ ຈັນພອນເພັດ ຄໍາສີ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ, ມີຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜົ້ງສາລີ, ຕາງໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມດ້ວຍນາຍທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ພັອ ວິພາກອນ ສິງຈັນທາ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ລາຍງານການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ 6 ເດືອນຕົ້ນປີ ຂອງກອງບັນຊາການ ປກສ 4 ແຂວງພາກເໜືອ ແລະ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໂດຍຍົກໃຫ້ເຫັນດ້ານດີຜົນງານ ແລະ ບັນຫາທີ່ຍັງຄົງຄ້າງ ເປັນຕົ້ນແມ່ນໄດ້ເພີ່ມທະວີຄວາມເປັນເຈົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ຊອກຮູ້ກຳແໜ້ນ ສະພາບການ, ຂຶ້ນບັນຊີເປົ້າໝາຍກຸ່ມຄົນບໍ່ດີ ທັງພາຍໃນ ແລະ ຕ່າງປະເທດ ທີ່ແອບແຝງເຂົ້າມາສ້າງຄວາມບໍ່ສະຫງົບ ທາງດ້ານການເມືອງພາຍໃນ 4 ແຂວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ເອົາໃຈໃສ່ເຮັດວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃນນີ້ໄດ້ແກ້ໄຂມ້າງຄະດີລາຍໃຫຍ່ ແລະ ຄະດີມີຄວາມຫຍຸ້ງຍາກສັບສົນຖືກຕ້ອງຕາມລະບຽບກົດໝາຍ, ວິຊາສະເພາະ ແລະ ອອກຄໍາສັ່ງ, ນິຕິກຳ ທີ່ກ່ຽວຂ້ອງຈໍານວນໜຶ່ງ. ໃນ 6 ເດືອນຜ່ານມາ ທົ່ວ 4 ແຂວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຄະດີອາຍາເກີດຂຶ້ນທັງໝົດ 908 ເລື່ອງ, ຜູ້ຖືກຫາ 1.117 ຄົນ, ຄົນຕ່າງປະເທດ 346 ຄົນ, (ທຽບໃສ່ 6 ເດືອນທ້າຍປີ 2024 ເພີ່ມຂຶ້ນ 179 ເລື່ອງ, ເທົ່າກັບ 19,71%) ຫຼາຍກວ່າໝູ່ແມ່ນບັນຫາຢາເສບຕິດ, ລັກຊັບພົນລະເມືອງ, ສໍ້ໂກງຊັບ ແລະ ອຸບັດຕິເຫດ. ໃນນີ້, ມີຄະດີຢາເສບຕິດເກີດຂຶ້ນທັງໝົດ 451 ເລື່ອງ, ຜູ້ຖືກຫາ 482 ຄົນ, ຄົນຕ່າງປະເທດ 109 ຄົນ, ຍຶດຂອງກາງ ແລະ ວັດຖຸອື່ນໆໄດ້ຄື: ຢາບ້າ 107.933.927 ເມັດ ກັບ 11 ຖົງນ້ອຍ, ຢາບ້າມຸ່ນ 6 ຖົງ; ເຄຕາມິນ 448,6 ກິໂລກຣາມ, ຢາໄອສ໌ 954,9 ກິໂລກຣາມ, ກັນຊາ 43 ກຣາມ, ຄໍຣາເຈນ 6,2 ກິໂລກຣາມ ກັບ 255 ຊອງ, ຢາຝິ່ນ 1.160 ກຣາມ, ແກ່ນຢາຝິ່ນ 4,5 ກິໂລກຣາມ, ຂີ້ຢາຝິ່ນ 42 ກິໂລກຣາມ, ຂາຄູ່ (ຝິ່ນ) 120 ແຜ່ນ, ເຮໂລອິນ 3,17 ກິໂລກຣາມ, ກາເຟປາຕີ້ 1,4 ກິໂລກຼາມ, ແປ້ງບົດຂາວໃສຄ້າຍຄືນໍ້າກ້ອນ 125 ກິໂລກຼາມ, ສານເຄມີ 905 ຕຸກ, ສານເຄມີຄ້າຍຄືຫຼອດນໍ້າແຂງ 50 ກິໂລກຣາມ, ແປ້ງຝຸ່ນ 23,8 ໂຕນ, ຢາອິ 7,53 ກຼາມ, ນໍ້າຢາປະສົມນໍ້າກະທ້ອມຈໍານວນ 180 ກ່ອງ, ຢາສູບໄຟຟ້າ 1,004 ອັນ. ນໍ້າໃບກະທ້ອມ 45 ລິດ; ໃບກະທ້ອມ 145,5 ກິ ໂລກຣາມ ແລະ ຢາແກ້ໄອເດັກນ້ອຍ 73 ຂວດ. ລົດໃຫຍ່ 23 ຄັນ; ລົດຕູ້ 1 ຄັນ; ລົດຫົວລາກ 22 ລໍ້ 1 ຄັນ; ລົດບັນທຸກ 10 ລໍ້ 1 ຄັນ; ເຮືອກາບສີດໍາ 1 ລໍາ; ລົດຈັກ 19 ຄັນ; ລົດຈັກໄຟຟ້າ 2 ຄັນ; ລົດຊາເລັ່ງ 1 ຄັ້ນ; ລົດອີ່ແຕນ 1 ຄັນ; ໂທລະສັບ 12 ໜ່ວຍ, ໂນດບຸກ 1 ເຄື່ອງ, ປືນແກັບ 10 ກະບອກ, ປືນລົມດັດແປງ 01 ກະບອກ, ປືນສັ້ນ 1 ກະບອກ, ລູກປືນ 206 ລູກ, ແກັບໝາກຝ້າ 05 ດອກ, ແຫວນຄ້າຍຄືຄໍາ 1 ວົງ; ສາຍແຂນຄ້າຍຄືຄໍາ 1 ເສັ້ນ; ເງິນກີບ 60.910.000 ກີບ, ເງິນບາດ 2.084.290 ບາດ, ເງິນຢວນ 35.219 ຢວນ ແລະ ໄດ້ເຄື່ອນໄຫວແກ້ໄຂການເຄື່ອນໄຫວພົວພັນການສໍ້ໂກງຊັບທາງໂທລະຄົມ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດ-ຄໍາເຫັນ ໃສ່ຮ່າງບົດສະຫຼຸບ ເພື່ອສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານໄລຍະມາຜ່ານ ທາງດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະເປັນພື້ນຖານໃນການປັບປຸງແກ້ໄຂ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂື້ນກວ່າເກົ່າ ແລະ ສ້າງໃຫ້ 4 ແຂວງ 1 ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.