English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ໃນຕອນເຊົ້າວັນທີ 26 ມີຖຸນາ 2025 ນີ້ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987-26 ມິຖຸນາ 2025) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ຫລີຈ້າວ ຜູ້ອຳນວຍການສູນພັດທະນາວັດທະນະທຳ ແລະ ການທ່ອງທ່ຽວ ສະພາເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ພັອ ອານຸສີນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີພະນັກງານ, ຄູອາຈານ, ນ້ອງນັກຮຽນ ຕະຫຼອດຮອດມວນຊົນ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ສຳລັບກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສດຕິດ ຄົບຮອບ 38 ປີ ຄັ້ງນີ້ ແມ່ນໄດ້ເລີ່ມຍ່າງ ອອກຈາກສະໜາມກິລາໂຮງຮຽນດອກງີ້ວຄໍຳ ນໍຳຂະບວນໂດຍນ້ອງນັກຮຽນ ຕາມດ້ວຍຂະບວນຂອງກຳລັງ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຂະບວນອົງການຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ, ກຸ່ມບໍລິສັດດອກງີ້ວຄຳ, ພະນັກງານ, ຜູ້ປົງຄອງນັກຮຽນ ແລະ ພາກສ່ວນອື່ນໆ ແລ້ວເຄື່ອນຂະບວນຍ່າງຕາມເສັນທາງມິດຕະພາບ ລາວ-ຈີນ ອ້ອມໂຮງແຮມ ດອກງີ້ວຄຳ ແລ້ວລ້ຽວຂວາກັບມາສະໜາມກິລາໂຮງຮຽນດອກງີ້ວຄຳ ເປັນອັນວ່າສຳເລັດກິດຈະກຳ. ການຈັດກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ເພື່ອເປັນການສົ່ງເສີມດ້ານສຸຂະພາບ, ປູກຈິດສຳນຶກທີ່ດີ ໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງຄຳນຶງເຖີງຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ໃຫ້ຫັນມາໃສ່ໃຈສຸຂະພາບຂອງຕົນ ແລະ ບໍ່ໄປຫຍຸ້ງກ່ຽວກັບຢາເສບຕິດຢາເສບຕິດ ພ້ອມກັນສ້າງສາພັດທະນາປະເທດຊາດ ເຮັດໃຫ້ເຍົາວະຊົນ-ໄວໜຸ່ມ ຫາງໄກຢາຢາເສບຕິດ ທີ່ເປັນຜິດເປັນໄພ ຜູ້ເສບຕາຍ ຜູ້ຂາຍຕິດຄຸກ ຜູ້ທຸກໃຈຄືຄອບຄົວ ແລະ ສັງຄົມ.

Related Articles