English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

ວັນທີ 22 ສິງຫາ 2025 ໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິ ເສດສາມຫຼ່ຽມຄຳ ໄດ້ຈັດພິທີມອບຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2024, ໂດຍການເຂົ້າຮ່ວມຂອງ ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍ, ຮັກສາການຫົວໜ້າ ພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ມີບັນດາແຂກຮັບເຊີນຈາກຄະນະຈັດຕັ້ງແຂວງ, ຄະນະໜ່ວຍພັກ, ສະມາຊິກພາຍໃນພັກເຂົ້າຮ່ວມ, ພິທີສະຫາຍ ຄຳສະຫວາດ ແກ້ວປັນຍາ ຮອງເລຂາໜ່ວຍພັກ ອຄຂສ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂອງໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ໃຫ້ກຽດມອບໃບຢັ້ງຢືນຂອງສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຮັບ ສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າ ອຄຂສ, ພິທີດັ່ງກ່າວສະຫາຍ ສົມພອນ ແກ້ວມະນີ ໄດ້ໃຫ້ຄຳໂອ້ລົມ ໃຫ້ຄຳເຫັນ, ມີທິດຊີ້ນຳຫຼາຍບັນຫາໃຫ້ສະຫາຍເລຂາໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບໃຫ້ສູງ ໂດຍສະເພາະແມ່ນຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ບັນດາຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍ ໃຫ້ເປັນເສນາທິການແກ່ຄະນະພັກ ແລະ ຂັ້ນເທິງ ເລຂາໜ່ວຍພັກ, ສະມາຊິກພັກຕ້ອງເອົາໃຈໃສ່ໃນການປະຕິບັດລະບຽບວິໄນໃຫ້ໄດ້ຢ່າງເຂັ້ມງວດ, ການມາປະຈຳການ, ການເຮັດວຽກອື່ນໆ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບລັດຖະກອນກໍ່ຄືການກໍ່ສ້າງໜ່ວຍພັກ, ສະມາຊິກພັກ, ພ້ອມທັງມີຄໍາເຫັນເນັ້ນຄະນະໜ່ວຍພັກເອົາໃຈໃສ່ ຈົ່ງຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ໝັ້ນຄົງຕະຫຼອດໄປ ດ້ວຍການສ້າງພັກໃຫ້ມີຄວາມໂປ່ງໃສ ເຂັ້ມແຂງ ໜັກແໜ້ນ ເຂັ້ມງວດ ແລະ ເປັນທໍາ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ໃຫ້ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຕາມ 5 ຫຼັກການ 3 ທິດນໍາ, ຖືເອົາການສຶກສາ, ຄົ້ນຄວ້າ, ຮໍ່າຮຽນບັນດາກົດໝາຍໃຫ້ເລິກເຊິງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ໜ່ວຍພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນເລື້ອຍໆ.

Related Articles