English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ກອງປະຊຸມສຳມະນາສຶກສາຕ້ານຢາເສບຕິດທີ່ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດຄົບຮອບ 38 ປີ ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2025 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຈັດມີກອງປະຊຸມສຳມະນາສຶກສາຕ້ານຢາເສບຕິດຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ຄຳສະຫວາດແກ້ວປັນຍາ ຮອງຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ພັອ ວິພາກອນ ສິງຈັນທາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ພັທ ລຸນຜາຍ ຄຳທະວີວົງ ຮອງຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ, ຕາງໜ້າສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີບັນດາພະນັກງານ, ອ້າຍນ້ອງຕຳຫຼວດ, ຫົວໜ່ວຍທຸລະກິດ, ບໍລິສັດ, ພໍ່ຄ້າຊາວຂາຍ, ຄູ່ອາຈານ ແລະ ນ້ອງນ້ອຍນັກຮຽນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້ທ່ານ ຄຳສະຫວາດ ແກ້ວປັນຍາ ຮອງຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳກໍ່ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ ແລະ ໄດ້ໃຫ້ນິຍາມວ່າ: “ຢ່າເສບຕິດເປັນບັນຫາອັນໃຫຍ່ຫຼວງທີ່ທ່ວງດຶງການພັດທະນາປະເທດຊາດ ແລະ ກໍ່ໃຫ້ເກີດຄວາມບໍ່ສະຫງົບຢູ່ໃນສັງຄົມ” ຕະຫຼອດໄລຍະແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພັກ ແລະ ລັດຖະບານກໍ່ໄດ້ຖືເອົາວຽກງານຕ້ານຢາເສບຕິດເປັນວຽກງານສຳຄັນໃນການຈັດຕັ້ງປະຕິບັດປ້ອງກັນ ແລະ ປາບປາມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ. ຈາກນີ້ທ່ານ ພັອ ວິພາກອນ ສິງຈັນທາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫຼ່ຽມຄຳ ກໍ່ໃຫ້ກຽດຂື້ນບັນຍາຍ ແລະ ລາຍງານສະພາບບັນຫາຢາເສບຕິດຢູ່ພາຍໃນເຂດ, ໄດ້ສະຫຼຸບບາງຜົນງານອັນພົ້ນເດັ່ນ, ຖອດຖອນບົດຮຽນວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາອັນມີຜົນສຳເລັດຫຼາຍດ້ານ. ພ້ອມນີ້ທ່ານ ພັທ ລຸນຜາຍ ຄຳທະວີວົງ ຮອງຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວກໍ່ໄດ້ຂື້ນລາຍງານແລກປ່ຽນສະພາບຢາເສບຕິດຂອງແຂວງບໍ່ແກ້ວໂດຍສະເພາະແມ່ນວຽກງານການປາບປາມ, ການຈັບກຸ່ມຄ້າຂາຍຢາເສບຕິດປະເພດຕ່າງໆ, ການແກ້ໄຂ ແລະ ມ້າງຄະດີ, ການຈູດທຳລາຍ, ວຽກງານໂຄສະນາ, ວຽກງານສູນບຳບັດຢາເສບຕິດ ແລະ ອື່ນໆ. ການຈັດກອງປະຊຸມໃນຄັ້ງນີ້ບໍ່ພຽງແຕ່ເປັນການລາຍງານສະພາບບັນຫາຢາເສບຕິດໃນສັງຄົມເທົ່ານັ້ນທ່ານ ຮອ ພອນປະເສີດ ບົວພັນທອງ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດເຂດເສດຖະກິດພິເສດສາມຫຼ່ຽມຄຳກໍ່ໄດ້ຂື້ນແນະນຳໃຫ້ຄວາມຮູ້ກ່ຽວກັບການໂຄສະນາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດແຕ່ລະເພດທີ່ພົບພໍ້ໃນສັງຄົມ. ເພື່ອຈັດຕັ້ງປະຕິບັດຕາມແນວທາງການຄວບຄຸມຢາເສບຕິດໃຫ້ເຂັ້ມງວດ ແນໃສ່ເພີ່ມຄວາມຮູ້ແກ່ນ້ອງນ້ອຍເຍົາວະຊົນ, ພໍ່ແມ່ປະຊາຊົນທຸກຊັ້ນຄົນໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຜົນກະທົບ ແລະ ຜົນຮ້າຍຂອງຢາເສບຕິດ, ເປັນການປູກຈິດສຳນຶກໃຫ້ໄວໜຸ່ມເພື່ອຕໍ່ຕ້ານ ແລະ ບໍ່ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ, ສ້າງສະພາບແວດລ້ອມອັນດີ, ຄຳນຶງເຖິງຄວາມປອດໄພ ແລະ ອະນາຄົດອັນສົດໃສຂອງໝົດທຸກຄົນໃນສັງຄົມ. ຈາກນີ້ຍັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມເຮັດກິດຈະກຳຖາມ-ຕອບກ່ຽວກັບຢາເສບຕິດເພີ່ມທະວີຄວາມເຂົ້າໃຈຢ່າງຖືກຕ້ອງ, ການປະຕິດເສດ, ວິທີປ້ອງກັນເພື່ອໃຫ້ທຸກຄົນຫ່າງໄກຈາກຢາເສບຕິດອີກດ້ວຍ.

Related Articles