ວັນທີ 27 ມິຖຸນາ 2025, ເຂດເສດຖະກິດພິເສດສາມຫຼ່ຽມຄຳຂອງລາວ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງບໍ່ນ້ຳພຸຮ້ອນປຸ່ງເລາະ ທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ, ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະເຖິງເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຮັບປະກັນແຫຼ່ງຊັບພະຍາກອນຫຼັກແກ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ.
ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ, ທ່ານ ກ່າວ ຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳ ຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບຂອງບໍລິສັດບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ, ພ້ອມດ້ວຍຜູ້ຕາງໜ້າບັນດາຫ້ອງການປິ່ນອ້ອມ ເຂົ້າຮ່ວມເປັນສັກຂີພິຍານໃນຜົນສຳເລັດຄັ້ງນີ້
ນ້ຳພຸຮ້ອນປຸ່ງເລາະມີຄຸນນະປະໂຫຍດຫຼາກຫຼາຍ, ມີກົດອາຊິດເມຕາຊີລິຊິກທຳມະຊາດ, ອຸດົມສົມບູນໄປດ້ວຍທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍຂອງມະນຸດ, ເຊິ່ງສູງກວ່າມາດຕະຖານຂອງຈີນ 4 ເທົ່າ, ມີປະໂຫຍດທາງການແພດ, ມີຄຸນນະສົມບັດຫຼາຍຢ່າງເຊັ່ນ: ການສົ່ງເສີມສຸຂະພາບຫົວໃຈ ແລະ ລອດເລືອດ, ເສີມສ້າງກະດູກ ແລະ ບຳລຸງຜິວພັນ.
ອຸນຫະພູມນ້ໍາໃນບໍ່ນ້ຳຮ້ອນປຸ່ງເລາະແມ່ນສູງເຖິງ 90 ອົງສາ, ພາຍຫຼັງໄດ້ຂົນສົ່ງໄປເຂດເສດຖະກິດພິເສດສາມຫຼ່ຽມຄຳຜ່ານທໍ່ສົ່ງ 47,45 ກິໂລແມັດ, ຍັງສາມາດຮັກສາອຸນຫະພູມໄດ້ປະມານ 60 ອົງສາ. ປະລິມານນ້ຳໃນແຕ່ລະວັນມີຄວາມໝັ້ນຄົງຢູ່ທີ່ 2,000-3,000 ແມັດກ້ອນ, ເຊີ່ງຖືເປັນການວາງພື້ນຖານທີ່ໝັ້ນຄົງໃຫ້ແກ່ການພັດທະນາ ແລະ ນຳໃຊ້ໄດ້ພຽງພໍໃນຕໍ່ໜ້າ.
ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍກັບຜົນສຳເລັດໂຄງການ ແລະ ເປັນ “ໂຄງການພັດທະນາການທ່ອງທ່ຽວທີ່ມີຄວາມໝາຍຍຸດທະສາດ” ຂອງແຂວງ. ທ່ານໄດ້ກ່າວວ່າ: ໂຄງການດັ່ງກ່າວ ປະສົບຜົນສຳເລັດໃນການຫັນປ່ຽນແຫຼ່ງຊັບພະຍາກອນບໍ່ນ້ຳຮ້ອນທີ່ເປັນເອກະລັກສະເພາະຂອງແຂວງ ໄປສູ່ການແຂ່ງຂັນດ້ານອຸດສາຫະກຳການທ່ອງທ່ຽວທີ່ແທດເໝາະ, ເປັນການຍົກສູງຖານະຂອງເຂດເສດຖະກິດພິເສດພິເສດສາມຫຼ່ຽມຄຳ ແລະ ແຂວງບໍ່ແກ້ວໃນຕະຫຼາດການທ່ອງທ່ຽວ. ທ່ານຍັງໄດ້ເຊື້ອເຊີນນັກທ່ອງທ່ຽວຈາກທົ່ວທຸກມຸມໂລກຢ່າງອົບອຸ່ນວ່າ: "ໃນອະນາຄົດ, ຂໍເຊີນຊວນບັນດາທ່ານເຂົ້າມາສໍາຜັດກັບສະເໜ່ຂອງນ້ຳພຸຮ້ອນປຸ່ງເລາະ ແລະ ແບ່ງປັນຄວາມສຸກຈາກທໍາມະຊາດບ່ອນພັກຜ່ອນຂອງພາກເຫນືອຂອງລາວ!"
ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບຂອງບໍລິສັດບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ຜູ້ຮັບເໝົາໂຄງການ, ກ່າວໃນຄຳປາໄສຂອງທ່ານວ່າ ນ້ຳພຸຮ້ອນປຸ່ງເລາະທີ່ມີຄຸນນະພາບສູງແມ່ນຫາຍາກໃນໂລກ. ທີມງານໂຄງການໄດ້ເອົາຊະນະສະພາບແວດລ້ອມອັນຫຍຸ້ງຍາກ ແລະ ຄວາມກົດດັນດ້ານເວລາໂດຍຜ່ານການສຳຫຼວດທີ່ຊັດເຈນ, ການເລືອກໃຊ້ວັດສະດຸທໍ່ທີ່ມີປະສິດຕິພາບສູງ, ປັບປຸງໂຄງສ້າງທໍ່ຢ່າງມີຫຼັກການວິທະຍາສາດ, ຮັບປະກັນຄຸນນະພາບ ແລະ ຄວາມສະຖຽນໃນການສົ່ງມອບນ້ໍາພຸຮ້ອນ, ຄວາມຍາວຂອງທໍ່ນ້ໍາຮ້ອນຍັງສ້າງສະຖິຕິໃໝ່ໃນອຸດສາຫະກໍາ. ທ່ານ ຢາງ ຢົ່ງ ເນັ້ນໜັກວ່າ: ໂຄງການທໍ່ສົ່ງນ້ຳຮ້ອນປຸ່ງເລາະບໍ່ພຽງແຕ່ແມ່ນຜົນສຳເລັດຂອງການຮ່ວມມືລາວ-ຈີນເທົ່ານັ້ນ, ຫາກຍັງເປັນມິດຕະພາບອັນດີງາມຂອງລາວ-ຈີນອີກດ້ວຍ.
ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳ ຈຳກັດໃຫ້ຮູ້ວ່າ: “ທໍ່ສົ່ງນ້ຳພຸຮ້ອນ” ນີ້ຂ້າມພູເຂົາ ແລະ ແມ່ນ້ຳ, ນຳນ້ຳພຸຮ້ອນທີ່ມີມູນຄ່າການພັດທະນາອັນໃຫຍ່ຫຼວງເຂົ້າມາສູ່ຕົວເມືອງ, ແມ່ນບາດກ້າວສຳຄັນໃນການຫັນປ່ຽນ ແລະ ພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳໃນຕໍ່ໜ້າ, ເຂດເສດຖະກິດພິເສດສາມຫຼ່ຽມຄຳຈະຊອກຫາວິທີການນຳໃຊ້ນ້ຳຮ້ອນໃຫ້ເກີດປະໂຫຍດ, ຊຸກຍູ້ການເຄື່ອນໄຫວເຂົ້າໃນບັນດາຂະແໜງການຮັກສາສຸຂະພາບນ້ຳຮ້ອນ ແລະ ການທ່ອງທ່ຽວພັກຜ່ອນ, ຟື້ນຟູບັນດາອຸດສາຫະກຳທີ່ກ່ຽວຂ້ອງ, ຊຸກຍູ້ການຊອກວຽກເຮັດງານທຳ, ຊ່ວຍສ້າງເມືອງທີ່ທັນສະໄໝເໝາະສົມແກ່ການດຳເນີນທຸລະກິດ, ການດຳລົງຊີວິດ ແລະ ການທ່ອງທ່ຽວ.
ໃນຕອນທ້າຍພິທີ, ພາຍໃຕ້ການເອົາໃຈໃສ່ຂອງແຂກທຸກພາກສ່ວນ, ພິທີສຳເລັດໂຄງການທໍ່ສົ່ງນໍ້າຮ້ອນປຸ່ງເລາະໄດ້ຈັດຂຶ້ນຢ່າງເປັນທາງການ.