ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າວັນທີ 17 ມິຖຸນາ 2025ນີ້. ຢູ່ທີ່ຫ້ອງການອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ທອງຈັນ ມະນີໄຊ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງ ແຂວງບໍ່ແກ້ວ, ເຊິ່ງມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ, ຄະນະສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຮັກສາການເຈົ້າເມືອງໆຕົ້ນເຜິ້ງ, ຫົວໜ້າ-ຮອງຫົວໜ້າຂະແໜງປິ່ນອ້ອມພາຍໃນເຂດ,ຫົວໜ້າ-ຮອງຫົວໜ້າຂະແໜງ,ຕະຫຼອດຮອດອ້າຍນ້ອງພະນັກງານພາຍໃນຄະນະຄຸ້ມຄອງເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຂື້ນຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານສະບັບເລກທີ 499/ຄລສພ ລົງວັນທີ 29 ເມສາ 2025, ຂໍ້ຕົກລົງຂອງລັດຖະມົນຕີກະຊວງແຜນແລະການລົງທຶນວ່າດ້ວຍການອະນຸມັດໃຫ້ລັດຖະກອນພັກການ-ຮັບອຸດໜູນບຳນານສະບັບເລກທີ 1438/ກຜທ ລົງວັນທີ 13 ມິຖຸນາ 2025, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວສະບັບເລກທີ 636/ບກ ລົງວັນທີ 30 ພຶດສະພາ 2025 ໃນນີ້ເຫັນດີຕົກລົງໃຫ້ທ່ານ ບຸນທອງ ແສງສີກອງ ກຳມະການພັກແຂວງ, ຫົວໜ້າຄະນະອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳພັກການຮັບອຸດໜູນບຳນານ, ຕົກລົງແຕ່ງຕັ້ງທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າອົງການຄຸ້ທຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳເປັນຮັກສາການແທນຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ. ຈາກນີ້ກໍ່ໄດ້ເຊັນບົດບັນທຶກມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ຜູ້ເກົ່າ ແລະ ຜູ້ໃໝ່, ເຊີ່ງຕະຫຼອດໄລຍະຜ່ານມາໄດ້ເຮັດໃຫ້ວຽກງານໄດ້ຮັບການເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຮອບດ້ານ ແລະ ສືບຕໍ່ວຽກທີ່ຍັງຄ້າງຄາໃຫ້ສຳເລັດ. ໂອກາດນີ້ທ່ານ ປະລິນຍາເອກ ທອງຈັນ ມະນີໄຊ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງແຂວງບໍ່ແກ້ວໄດ້ໃຫ້ກຽດມີຄຳເຫັນເນັ້ນໜັກຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ເຂົ້າໃຈ ແລະ ຮັບຮູ້ດ້ານແບບແຜນການນຳພາວຽກງານຮອບດ້ານໃຫ້ປະກົດຜົນເປັນຈິງ, ວຽກອັນໃດທີ່ມີຜົນສຳເລັດ ແລະ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂື້ນເລື້ອຍໆ. ອັນໃດທີ່ຍັງເຫັນວ່າເປັນຈຸດອ່ອນກໍ່ຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂແລະເຮັດໃຫ້ມີການຜັນປ່ຽນຢ່າງຕັ້ງໜ້າກວ່າເກົ່າ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ຄວາມສາມັກຄີພາຍໃນ-ພາຍນອກ, ໃຫ້ມີຄວາມແໜ້ນແຟ້ນ, ມີຄວາມເປັນເອກະພາບສູງພາຍໃນຄະນະເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ແລະ ສະມາຊິກພັກຕະຫຼອດຮອດການຮ່ວມມືກັບຜູ້ພັດທະນາ, ພໍ່ແມ່ປະຊາຊົນບັນດາບ້ານອ້ອມຂ້າງ, ພ້ອມທັງໃຫ້ການຮ່ວມມືສະໜັບສະໜູນຜູ້ທີ່ແຕ່ງຕັ້ງເປັນຮັກສາການຫົວໜ້າໃໝ່ໃນການເຮັດໜ້າທີ່ໃຫ້ມີຜົນສຳເລັດໃນຕໍ່ໜ້າ ແລະ ຍາວນານ ແລະ ອັນອື່ນໆຕື່ມອີກ.