ໃນຕອນບ່າຍຂອງວັນທີ 22 ມັງກອນ 2025 ນີ້. ຢູ່ທີ່ຫ້ອງປະຊຸມສະພາບໍລິຫານເຂດໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ເຜີຍແຜ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວິສາຫະກິດໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສົມຊາຍ ສຸກສະຫວັດ ຮອງຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ມີບັນດາກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ, ຫ້ອງການອຸດສາຫະກໍາ ເມືອງຕົ້ນເຜີ້ງ,ຂະແໜງການປິ່່ນອ້ອມ ຕາມດຳລັດ 359/ນຍ, ຕາງໜ້າຜູ້ພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳເຂົ້າຮ່ວມ
ກອງປະຊຸມຄະນະຮັບຜິດຊອບໄດ້ຜ່ານບົດລາຍງານການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ການຈັດຕັ້ງປະຕິບັດໜ້າທີ່, ພາລະບົດບາດ ແລະ ການເຄື່ອນໄຫວຂອງຂະແໜງອຸດສາຫະກຳ ແລະ ການຄ້າ ປະຈຳເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຍົກໃຫ້ເຫັນດ້ານດີຜົນງານ-ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບການຈັດຕັ້ງປະຕິບັດແລະມີຜົນສໍາເລັດ.ແລະ ເຜີຍແຜ່ກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງປິ 2022 ໃນການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານທະບຽນວິສາຫະກິດຮ່ວມກັບຜູ້ພັດທະນາໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງເປັນຕົ້ນແມ່ນວຽກງານຫັນການບໍລິການຂື້ນທະບຽນວິສາຫະກິດດ້ວຍລະບົບທັນສະໄໝ, ສອດຄ່ອງຕາມກົດໝາຍ ແລະ ວຽກອື່ນໆ. ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນເພື່ອເປັນການຖອດຖອນແລກປ່ຽນບົດຮຽນແລະ ຄົ້ນຄວ້າບັນຫາຕ່າງໆຮ່ວມກັບຜູ້ພັດທະນາພາຍໃນເຂດ ວິທີການ ແລະ ແບບແຜນໃນການຈັດຕັ້ງເຄື່ອນໄຫວປະຕິບັດກົດໝາຍວິສາຫະກິດໃຫ້ເປັນເອກະພາບ, ສ້າງສິ່ງອຳນວຍຄວາມສະດວກໃນວຽກງານດັ່ງກ່າວໃຫ້ມີຄວາມຄ່ອງຕົວ, ຖືກຕ້ອງວ່ອງໄວ, ທັນສະໄໝກວ່າເກົ່າ.
ໂອກາດນີ້.ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ. ໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ມາພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳກໍ່ຄືໄດ້ຮັບຟັງການລາຍງານຜົນງານອັນພົ້ນເດັ່ນໃນການພັດທະນາພາຍໃນເຂດ, ຕໍ່ກັບຜູ້ພັດທະນາກໍມີຄວາມຕັ້ງໃຈໃນການພັດທະນາຢ່າງໜຽວແໜ້ນ, ເຮັດແທ້ທຳຈິງ ແລະ ໃຫ້ການສະໜັບສະໜູນຕໍ່ຜູ້ລົງທຶນພັດທະນາໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ສືບຕໍ່ຊຸກຍູ້ການດຳເນີນທຸລະກິດຂອງຜູ້ພັດທະນາພາຍໃນເຂດໃຫ້ມີບາດກ້າວອັນໃໝ່ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າ.ເຂັ້ມແຂງກວ່າເກົ່າ.