English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ສະມາຄົມວັດທະທຳ ແລະ ເສດຖະກິດ ໄທ-ຈີນ ພ້ອມດ້ວຍຄະນະຜູ້ແທນນັກທຸລະກິດສື່ມວນຊົນ ແລະ ການທ່ອງທ່ຽວ ລົງຢ້ຽມຢາມທ່ຽວຊົມ ຂສພຄ

ເພື່ອເປັນການຊຸກຍູ້ສົ່ງເສີມການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດເສດຖະກິດ ແລະ ວັດທະນະທຳທັງສອງຝັ່ງແມ່ນ້ຳຂອງ, ໃນວັນທີ 21 ທັນວາ 2024 ທີ່ຜ່ານມາ ສະມາຄົມວັດທະທຳ ແລະ ເສດຖະກິດ ໄທ-ຈີນ ພ້ອມດ້ວຍຄະນະຜູ້ແທນນັກທຸລະກິດສື່ມວນຊົນ ແລະ ການທ່ອງທ່ຽວ ໄດ້ມາຢ້ຽມຢາມ ແລະ ພົບປະແລກປ່ຽນທ່ຽວຊົມ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ນຳໂດຍ ທ່ານ ໄພສານ ພືດມົງຄົນ ເລຂາທິການສະມາຄົມວັດທະນະທຳ ແລະ ເສດຖະກິດ ໄທ-ຈີນ ພ້ອມດ້ວຍຄະນະຜູ້ແທນນັກທຸລະກິດສື່ມວນຊົນ ແລະ ການທ່ອງທ່ຽວ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດກິດພິເສດ ແຂວງ ບໍ່ແກ້ວ. ພ້ອມທັງໄດ້ມີການພົບປະແລກປ່ຽນວຽກງານການພັດທະນາ ແລະ ການທ່ອງທ່ຽວລະຫວ່າງ ສອງຝ່າຍ ພ້ອມນີ້ ທ່ານ ຄຳສະແຫວງ ວິໄລພົງ ໄດ້ໃຫ້ສຳພາດຕໍ່ກັບສື່ມວນຊົນວ່າ:ໃນປັດຈຸບັນ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຂອງພວກເຮົາກຳລັງພວມກໍ່ສ້າງໂຄງການອຸດສາຫະກຳ ທີ່ຫລາກຫລາຍ ພ້ອມປັບປຸງພື້ນຖານໂຄງລ່າງຕື່ມອີກ ສ້າງສະພາບແວດລ້ອມທີ່ທັນສະໄໝໃຫ້ເໝາະສົມແກ່ການລົງທືນ, ການດຳລົງຊີວິດ ແລະ ທ່ອງທ່ຽວແບບຄົບວົງຈອນ

ໃນກອງປະຊຸມຍັງໄດ້ເນັ້ນໜັກໃຫ້ກັບນັກລົງທືນໄທ ໄດ້ເຂົ້າໃຈກ່ຽວກັບນະໂຍບາຍອຸດສາຫະກຳ ແລະ ມາດຕະການບຸລິມະສິດຂອງເຂດ, ຄວາມຕ້ອງການຂອງຕະຫຼາດ, ແລະ ຕັ້ງໂຄງການລົງທຶນຢ່າງຖືກຕ້ອງ.

ການມາຢ້ຽມຢາມຄັ້ງນີ້ ໄດ້ມີຜູ້ຕາງໜ້າຈາກພາກສ່ວນຕ່າງໆເຊັ່ນ ຄະນະສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ຄະນະກຳມະການພັດທະນາການທ່ອງທ່ຽວ, ຫ້ອງການສົ່ງເສີມການລົງທຶນ, ຜູ້ຕາງໜ້າຈາກສະມາຄົມວັດທະນະທຳ ແລະ ເສດຖະກິດໄທ-ຈີນ, ອົງການຂົວຫາປາໄທ, ບໍລິສັດພະລັງງານຂະໜາດໃຫຍ່ຂອງໄທ ແລະ ການທ່ອງທ່ຽວໄທ. ບັນດາວິສາຫະກິດໄດ້ຈັດກອງປະຊຸມຊຸກຍູ້ການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ການຄ້າສອງຝັ່ງແມ່ນ້ຳຂອງ, ໄດ້ປະກອບຄຳຄິດເຫັນປຶກສາຫາລື ແລະ ແລກປ່ຽນກ່ຽວກັບການຮ່ວມມືດ້ານການລົງທຶນໃນຂົງເຂດອາຫານທະເລ, ພະລັງງານ, ການທ່ອງທ່ຽວ, ປະກັນໄພແລະຂົງເຂດອື່ນໆ.

ທ່ານ ເກົາລົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ມີຄຳເຫັນຕໍ່ກັບກອງປະຊຸມ ແລະ ສະແດງຄວາມຂອບໃຈທີ່ທາງຄະນະທີ່ໃຫ້ການສະໜັບສະໜູນການພັດທະນາພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳຂອງພວກເຮົາຕະຫລອດມາ ແລະ ໃຫ້ຄວາມສຳຄັນຕໍ່ກັບການຮ່ວມມືທຸກຝ່າຍ ພ້ອມທັງຈະຍຶດໝັ້ນເອົາໃຈໃສພັດທະນາປັບປຸງສະພາບແວດລ້ອມແຫ່ງການລົງທືນຢ່າງຕັ້ງຫນ້າ ແລະ ຊຸກຍູ້ສົ່ງເສີມການຮ່ວມມືການລົງທືນໃນດ້ານຕ່າງໆໃຫ້ຫລາຍຂື້ນ.

ທ່ານ ໄພສານ ພືດມົງຄົນ ເລຂາທິການສະມາຄົມວັດທະນະທຳ ແລະ ເສດຖະກິດ ໄທ-ຈີນ ໄດ້ມີຄຳເຫັນຕໍ່ກອງປະຊຸມຕື່ມວ່າ: ການສື່ສານ ແລະ ການແລກປ່ຽນແມ່ນກະແຈໃນການແກ້ໄຂບັນຫາຕ່າງໆໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງສອງຝ່າຍໃຫ້ຫລາຍຂື້ນ. ເຂດເສດຖະກິດພິເສດ ສາມຫຼ່ຽມຄຳມີການພັດທະນາຢ່າງວ່ອງໄວ ທາງສະມາຄົມກໍ່ຮູ້ສືກດີໃຈຫລາຍທີ່ເປັນຂົວເຊື່ອມຕໍ່ລະຫວ່າງທັງສອງຝ່າຍ ແລະ ພ້ອມຈະຊຸກຍູ້ຮ່ວມມືຢ່າງຮອບດ້ານໃນອະນາຄົດ.

ຈາກນີ້ ທາງຄະນະໄດ້ລົງຢ້ຽມຢາມທ່ຽວຊົມບັນດາໂຄງການທີ່ສຳຄັນຕ່າງໆເຊັ່ນ: ໂຄງການພັດທະນາກະສິກຳ, ສະໜາມບິນສາກົນບໍ່ແກ້ວ, ດ່ານສາກົນສາມຫຼ່ຽມຄຳ, ປ້ອງຢ້ຽມສາມຫຼ່ຽມຄຳ, ຫໍວາງສະແດງຕ້ານຢາເສບຕິດ ແລະ ພື້ນຖານໂຄງລາງຕ່າງໆທີ່ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ພ້ອມມີຄຳເຫັນ ແລະ ຍໍຍ້ອງຊົມເຊີຍ ຕໍ່ກັບໂຄງການຕ່າງໆ ເຫັນວ່າມີການພັດທະນາແບບກ້າວກະໂດດ ແລະ ເປັນເມືອງໜື່ງທີສວຍງາມ.

ການຢ້ຽມຢາມຄັ້ງນີ້ ສະມາຄົມວັດທະນະທຳ ແລະ ເສດຖະກິດ ໄທ-ຈີນ ແມ່ນເຄື່ອນໄຫວຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ບັນດາປະເທດສອງຝັ່ງແມ່ນ້ຳຂອງໃຫ້ມີສາຍພົວພັນມິດຕະພາບມູນເຊື້ອອັນຍາວນານທາງດ້ານວັດທະນະທຳ, ທຸລະກິດ ແລະ ຍັງມີພື້ນທີ່ກວ້າງຂວາງສໍາລັບການຮ່ວມມືດ້ານການພັດທະນາຮອບດ້ານໃນຂັ້ນຕໍ່ໄປ.

ໃນຖານະເປັນແຖວໜ້າຂອງການຮ່ວມມືໃນພາກພື້ນ, ເຂດເສດຖະກິດພິເສດ ຈະສະແດງໃຫ້ເຫັນວ່າພວກເຮົາສາມາດພັດທະນາເຂດແຫ່ງນີ້ໄດ້ເປັນແບບຢ່າງທີ່ດີ, ພ້ອມທີ່ຈະຊຸກຍູ້ການສ້າງຮູບແບບການຮ່ວມມືຮອບດ້ານ, ກ້ວາງຂວາງ, ຍົກລະດັບທັງສອງຝັ່ງແມ່ນ້ຳຂອງ, ກາຍເປັນແບບຢ່າງຂອງການຮ່ວມມືການເຊື່ອມຕໍ່ພາກພື້ນ ແລະ ສາກົນຕື່ມອີກ

Related Articles