ວັນທີ 11 ທັນວາ 2024 ນີ້ ຄະນະສື່ມວນຊົນລາວ 17 ແຂວງທົ່ວປະເທດໄດ້ເດີນທາງມາຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ນຳໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນລາວກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ, ທ່ານ Simon Nezer ຫົວໜ້າພະແນກໂຄສະນາ ແລະ ສື່ສານມວນຊົນ ອົງການຢູນິເຊັບປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ສື່ມວນຊົນລາວຈາກ 17 ແຂວງໃນທົ່ວປະເທດຈຳນວນ 60 ກວ່າຄົນ, ອອກຕ້ອນຮັບຄະນະດັ່ງກ່າວໂດຍ ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງອອກຕ້ອນຮັບຢ່າງພ້ອມພຽງ.
ເມື່ອຄະນະດັ່ງກ່າວມາຮອດເຂດເສດຖະກິດພິເສດສາມຫຼ່ຽມຄຳກໍ່ໄດ້ຮັບຟັງການລາຍງານສະພາບການພັດທະນາພື້ນຖານໂຄງລ່າງຮອບດ້ານຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳໄລຍະຜ່ານມາຈົນຮອດປະຈຸບັນຈາກທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວໃຫ້ຄະນະສື່ມວນຊົນໄດ້ຮັບຊາບ ຈາກນີ້ກໍ່ໄດ້ຈັດມີກອງປະຊຸມພົບປະແລກປ່ຽນເຊິ່ງກັນ ແລະ ກັນ ກ່ຽວກັບການສືບຕໍ່ເສີມຂະຫຍາຍສາຍພົວພັນລະຫວ່າງຂ່າວສານເຂດກັບສື່ມວນຊົນຂອງແຂວງໃນທົ່ວປະເທດ ແລະ ສູນກາງໃຫ້ເຂົ້າສູ່ລວງເລິກໃນການຂະຫຍາຍຕານ່າງຂ່າວສານ-ການໂຄສະນາໃຫ້ມີຄວາມວ່ອງໄວ-ທັນເຫດການ ແລະ ມີຄວາມທັນສະໄໝກວ່າເກົ່າ ເປັນຕົ້ນແມ່ນການໂຄສະນາປະຊາສຳພັນວຽກງານພັດທະນາພື້ນຖານໂຄງລ່າງ, ການພັດທະນາທຸລະກິດການທ່ອງທ່ຽວ, ຊຸກຍູ້ສົ່ງເສີມວຽກງານກະສິກຳ, ການຄຸ້ມຄອງແຮງງານ, ການຮັກສາວັດທະນະທຳຮີດຄອງປະເພນີ, ວິຖີຊີວິດຂອງປະຊາຊົນບັນດາເຜົ່າ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອັນອື່ນໆຕື່ມອີກ. ແນໃສ່ເຮັດໃຫ້ສື່ມວນຊົນລາວ 17 ແຂວງໃນທົ່ວປະເທດທີ່ມາຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄຳຄັ້ງນີ້ໄດ້ຍົກລະດັບຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານການໂຄສະນາ, ການພັດທະນາເສດຖະກິດ- ສັງຄົມຮອບດ້ານຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ກວ້າງຂວາງ ແລະ ມີບາດກ້າວອັນໃໝ່. ຈາກນີ້ຄະນະສື່ມວນຊົນລາວທົ່ວປະເທດກໍ່ໄດ້ສືບຕໍ່ໄປທ່ຽວຊົມດ່ານສາກົນສາມຫຼ່ຽມຄຳເຊິ່ງເປັນສະຖານທີ່ກວດກາຄົນເຂົ້າ-ອອກເມືອງທີ່ມີຄວາມວ່ອງໄວທັນສະໄໝ ສະດວກສະບາຍຕໍ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຢ້ຽມຊົມປ່ອງຢ້ຽມສາມຫຼ່ຽມຄຳ (ດອນຊາວ) ທີ່ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງບໍ່ແກ້ວ, ທ່ຽວຊົມຟາມງົວຂະໜາດໃຫຍ່ ປະຈຸບັນມີ 12ຄອກ, ມີເນື້ອທີ່ 40 ເຮັກຕາ, ປະຈຸບັນມີງົວ 7ພັນກວ່າໂຕ, ຢ້ຽມຊົມຟາມຜັກເຮືອນຮົ່ມມີ 185 ຫຼັງ ສາມາດປູກຜັກໄດ້ 40 ຊະນິດໝູນວຽນຕາມລະດູການ, ທ່ຽວຊົມສະໜາມບິນສາກົນບໍ່ແກ້ວ ແລະ ຢ້ຽມຢາມວັດທອງທິບພັດທະນາລາມ ພະເຈົ້າອົງຫຼວງທີ່ເປັນສະຖານທີ່ສັກກາລະບູຊາຂອງຊາວພຸດທັງພາຍໃນ ແລະ ຕ່າງປະເທດ. ຈາກນັ້ນຄະນະດັ່ງກ່າວກໍ່ໄດ້ເດີນທາງກັບເມືອງຫ້ວຍຊາຍດ້ວຍຄວາມສະຫວັດດີພາບ